ອິດສະຣາແອນ ກໍ່ໂທດກຳດັບສູນເຊື້ອຊາດຢູ່ເຂດກາຊາ

ນີ້​ແມ່ນ​ຄຳ​ກ່າວ​ຫາໂທດ ຊື່ງ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລດ​ສະ​ຕີນ Mahmud Abbas ຍົກ​ອອກ​ມາ​ໃນ​ວັນ​ທີ 9/7, ພາຍ​ຫລັງ​ບັ້ນ​ຮົບ​ການ​ທະ​ຫານ ຊື່ງ ອິດ​ສະ​ຣາ​ແອນ ດຳ​ເນີນ​ຢູ່​ເຂດ ກາ​ຊາ ມາ​ຮອດ​ປະ​ຈຸ​ບັ​ນ ໄດ້​ເຮັດ​ໃຫ້ ຊາວ​ປາ​ແລດ​ສະ​ຕີນ 43 ຄົນ​ເສຍ​ຊີ​ວິດ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ ປືກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ກິດ​ການ​ປະ​ຈຸ​ບັນ ກັບ​ການ​ນຳ​ຂອງ​ປາ​ແລດ​ສະ​ຕີນ ຢູ່ ນະ​ຄອນ Ramallah ຂຶ້ນ​ກັບ​ຝັງ​ຕາ​ເວັນ​ຕົກ​ແມ່ນ້ຳ​ຈໍ​ແດນ, ທ່ານ Abbas ຢືນ​ຢັນ: ການ​​ຂ້າ​ຟັນ​ລັນ​ແທງ​ ບັນ​ດາ​ຄອບ​ຄົວ ທັງ​ໝົດ​ ແມ່ນ​ໂທດ​ກຳ​ດັບ​ສູນ​ເຊື້ອ​ຊາດ ຊື່ງ​ອິດ​ສະ​ຣາ​ແອນ ແນ​ໃສ່​ປະ​ຊາ​ຊົນ​ປາ​ແລດ​ສະ​ຕີນ. ສິ່ງ​ທີ່​ພວມ​ເກີດ​ຂຶ້ນ​ແມ່ນ​ສົງ​ຄາມ​ຕ້ານ​ຄືນ​ຊາວ​ປາ​ແລດ​ສະ​ຕີນ​ທັງ​ໝົດ

ອິດສະຣາແອນ ກໍ່ໂທດກຳດັບສູນເຊື້ອຊາດຢູ່ເຂດກາຊາ - ảnh 1
ບັ້ນ​ຮົບ​ການ​ທະ​ຫານ ຊື່ງ ອິດ​ສະ​ຣາ​ແອນເຮັດ​ໃຫ້ ຊາວ​ປາ​ແລດ​ສະ​ຕີນ 43 ຄົນ​ເສຍ​ຊີ​ວິດ


(vovworld)-

 

 

ຂ່າວ/ບົດ​ອື່ນ