ອິດສະຣາແອນ ສະເໜີຕົວຄະນະລັດຖະບານໃໝ່

ອິດສະຣາແອນ ສະເໜີຕົວຄະນະລັດຖະບານໃໝ່ - ảnh 1
ຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດ ໂດຍທ່ານ Moshe Yalon ຮັກສາ
(ພາບ: AP)

(vovworld) - ​ຄະນະລັດຖະບານ​​ໃໝ່ຂອງ ອິດສະຣາ​ແອນ ​ໄດ້​ສະ​ເໜີ​ຕົວ​ໃນ​ວັນ​ທີ 18/3, ລວມມີ ລັດຖະມົນຕີ 22 ທ່ານ ​ແລະ ຮອງ​ນາຍົກລັດຖະມົນຕີ 8 ທ່ານ. ​ໃນ​ນັ້ນ, ບັນດາ​ຕຳ​ແໜ່​ງລັດຖະມົນຕີ​ບັນດາ​ຂະ​​ແໜງຄື ການ​ເງິນ, ການ​ສຶກສາ, ສາທາລະນະ​ສຸກ ​ແລະ ການ​ບໍລິການ​ສັງຄົມ, ອຸດສາຫະກຳ, ການ​ຄ້າ ​ແລະ ສາສະໜາ ​ໂດຍ​ສະມາຊິກ​ຂອງ 2 ພັກ​ສຳພັນ​ທະ​ມິດ ຊາວ​ຢິວ ​ແລະ Yesh Atid ຮັກສາ. ວັນ​ທີ 17/3, ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອນ Benjamin Netanyahu ຈະ​ມີ​ການ​ພົບ​ປະ​ກັບ​ບັນດາ​ສະມາຊິກ​ຂອງ​ພັກ Likud Beytanu ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະມາຊິກ​ຄະນະລັດຖະບານ​ໃໝ່. ​ໃນ​ບັນຊີ​ລາຍ​ຊື່​ຄະນະລັດຖະບານ ອິດສະຣາ​ແອນ ຄັ້ງ​ນີ້​ມີ​ຄົນ​ໃໝ່​ບາງ​ຄົນ. ຕຳ​ແໜ່​ງຄະນະລັດຖະ​ມົນຕີສ່ວນ​ຫຼາຍ​ແມ່ນ​ໃນ​ຄະນະລັດຖະບານ​ຂອງທ່ານ Netanyahu ​​ອາຍຸ​ກ່ອນ. ​ເປັນ​ໜ້າ​ສົນ​ໃຈ​ທີ່​ສຸດ​​ໃນ​ບັນຊີ​ລາຍ​ຊື່​ຄັ້ງ​ນີ້​ແມ່ນ: ຕຳ​ແໜ່​ງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໂດຍທ່ານ​ອະ​ດິດຜູ້​ບັນຊາ​ການ​ທະຫານ​ Moshe Yalon ຮັກສາ. ນີ້​ແມ່ນຜູ້​ຍາມ​ໃດ​ກໍ່​ລະມັດລະວັງ​ຕໍ່ກັບ​ບັນດາ​ນະ​ໂຍບາຍ​ສຳລັບ ອີຣານ​ແຕ່​ບໍ່​ມີ​ທ່າ​ທີ​ຕັ້ງໜ້າ​ຕໍ່​ບັນຫາ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ. ບັນຊີ​ລາຍ​ຊື່​ຮອງ​ນາຍົກ​ລັດຖະມົນຕີ 8 ທ່ານ ​ແລະ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ ຍັງ​ບໍ່​ທັນ​ໄດ້​ການເປີ​ດ​ເຜີຍ​ເທື່ອ. ​ແຕ່​ວ່າ​ວົງ​ການ​ໄຈ້​ແຍກ​ຖື​ວ່າ: ​ໃນ​ອາຍຸ​ການ​ນີ້, ທ່ານ Netanyahu ຈະ​ຮັກ​ສາທິດ​ທາງ​ການ​ຕ່າງປະ​ເທດ​ຂອງ​ອາຍຸ​ການ​ກ່ອນ.

ຂ່າວ/ບົດ​ອື່ນ