ອັດເວທີປາໄສປະຊາ ຊົນອາຊີ - ເອີລົບ

ອັດເວທີປາໄສປະຊາ ຊົນອາຊີ - ເອີລົບ - ảnh 1
ເວທີ​ປາ​ໄສ​ປະຊາຊົນ​ອາຊີ - ​ເອີ​ລົບ ຄັ້ງ​ທີ 9 (AEPF 9)

(vovworld) -     ວັນ​ທີ 19/10, ​ເວທີ​ປາ​ໄສ​ປະຊາຊົນ​ອາຊີ - ​ເອີ​ລົບ ຄັ້ງ​ທີ 9 (AEPF 9) ​ໄດ້​ອັດ​ລົງຢູ່​ນະຄອນຫຼວງ​ວຽງ​ຈັນ ​ພາຍຫຼັງ​ທີ່​ເຮັດ​ວຽກ​ມາ​ເປັນ​ເວລາ 5 ວັນ. ດ້ວຍ​ຫົວ​ຂ້ໍ​ຕົ້ນ​ຕໍ່​ວ່າ “ປະຊາຊົນ​ສາມັກຄີ​ຕ້ານ​ຄວາມ​ອຶດຫິວ​ທຸກ​ຍາກ ​ແລະ ​ເພື່ອ​ການ​ພັດທະນາ​​ແບບ​ຍື່ນ​ຍົງ”, ​ເວທີ​ປາ​ໄສ​ຄັ້ງ​ນີ້​ໄດ້​ສຸມ​ໃສ່​ປຶກສາ​ຫາລື 4 ຫົວຂໍ້ຕົ້ນຕໍ​ນັ້ນ​ແມ່ນ: ການຄ້ຳປະກັນະບຽງອາຫານ, ການຄຸ້ມຄອງຊັບພະຍາກອນທຳມະຊາດ, ທີ່ດິນ ແບບຍືນຍົງ; ການຜະລິດ, ການນຳໃຊ້ພະລັງງານແບບຍືນຍົງລວມເຖິງຄວາມຍຸຕິ​ທຳໃນການສ້າງວຽກເຮັດງານທຳ ແລະ ບັນຫາ​ທຳ​ມາ​ຫາ​ກິນແບບຍືນຍົງ. ນອກຈາກ​ນັ້ນ, ບັນດາ​ຜູ້​ແທນ​ກໍ​ປຶກສາ​ຫາລື 36 ຫົວ​ຂໍ້​ອື່ນ​ອີກ. ​ເວ​ທີ​ປາ​ໄສ​​ໄດ້​ອອກ​ຖະ​ແຫຼງການຊີ້​ແຈ້ງວ່າ AEPF 9 ດຳ​ເນີນ​ກົງ​ກັບ​ເວລາ​ທີ່​ມີ​ຄວາມ​ໝາຍ​ສຳຄັນ ​ແລະ ມີລັກ​ສະນະ​ປະ​ຫວັດ​ສາດ​ດ້ວຍ​ຈຸດ​ສຸມ​ແມ່ນຕ້ານຄວາມບໍ່ຍຸຕິທຳ,  ບໍ່ສະເຫມີພາບ ​ແລະ ທຸກ​ຍາກ​ເຊິ່ງປະຊາຊົນ​ອາຊີ ​ແລະ ​ເອີ​ລົບ​ພວມ​ຕ້​ອງຜ່ານ​ຜ່າ.  ອັນ​ທີ່​ເອື້​ນວ່າ ວິ​ກິດ​ການ​ການ​ເງິນ ​ແມ່ນ​ຄວາມ​ຈິງ​​ແມ່ນ​ສ່ວນ​ໜຶ່ງ​ຂອງ​ບັນດາ​ວິ​ກິ​ດການ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ຢ່າງ​ສະໜິດ​ແໜ້ນ​ນຳ​ກັນ​ຄື: ສະບຽງ​ອາຫານ, ພະລັງງານ, ດິນ​ຟ້າອາກາດ, ຄວາມ​ປອດ​ໄພ​ຂອງ​ມະນຸດ… ທີ່​ພວມ​ສົ່ງ​ພົນ​ສະທ້ອນ​ເຖິງ​ປະຊາຊົນ​ນັບ​ລ້ານ​ຄົນ​ຢູ່​ອາຊີ ​ແລະ ​ເອີ​ລົບ. ຊ່ອງ​ວ່າງ​ລະຫວ່າງຄວາມເຮັ່ງ​ມີ - ​ທຸກ​ຍາກ ພວມ​ເພີ່ມ​ຂຶ້ນ, ການ​ສຳ​ພັດ​ກັບ​ບັນດາ​ແຫຼ່ງຊັບພະຍາກອນ, ​ໂອກາດທຳ​ມະຫາ​ກິນ ​ແລະ ບັນດາ​ການ​ບໍລິການ​ພື້ນຖານ​ຍັງ​ບໍ່​ຍຸຕິ​ທຳ​ເທື່ອ. ຖະ​ແຫຼ​ງການ​ໄດ້​ຮຽກຮ້ອງ​ບັນດາ​ລັດຖະບານ​ທີ່​ເວທີ​ປາ​ໄສ​ອາຊີ - ​ເອີ​ລົບ ​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢ່າງ​ແທດ​ຈິງ, ​ເດັດ​ດຽວ ​ແລະ ທັນ​ການ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ