ອຸຕຸນິຍົມອຸທົກກະສາດມີບົດບາດສຳຄັນໃນການພັດທະນາແບບຍືນຍົງ

(VOVWORLD) -ຕອນບ່າຍວັນທີ 27 ກຸມພາ ຢູ່ ຮ່າໂນ້ຍ, ສູນອຸຕຸນິຍົມອຸທົກກະສາດແຫ່ງຊາດໄດ້ສົມທົບກັບຄະນະກຳມະການຕ້ານພາຍຸ ແລະ ອົງການ ອຸຕຸນິຍົມອຸທົກກະສາດໂລກ (WMO) ຈັດຕັ້ງການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ບົດບາດຂອງຂະແຫນງອຸຕຸນິຍົມອຸທົກກະສາດໃນການພັດທະນາແບບຍືນຍົງ”.
ອຸຕຸນິຍົມອຸທົກກະສາດມີບົດບາດສຳຄັນໃນການພັດທະນາແບບຍືນຍົງ - ảnh 1ບັນດາຜູ້ແທນເຂົ້າຮ່ວມ ການໂອ້ລົມສົນທະນາ

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງສາດສະດາຈານ, ປອ ເຈີນຮົ່ງທາຍ, ຮອງຜູ້ອຳນວຍການສູນອຸຕຸນິຍົມອຸທົກກະສາດແຫ່ງຊາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢືນຢັນວ່າ: ອຸຕຸນິຍົມອຸທົກກະສາດມີບົດບາດສຳຄັນໃນການພັດທະນາແບບຍືນຍົງ ສະນັ້ນ ຄວນຍົກສູງຄຸນນະພາບການພະຍາກອນ ດ້ວຍບັນດາວິທີການເພື່ອຄົ້ນຄ້ວາລະອຽດບັນດາປະກົດການຂອງທຳມະຊາດ, ມີຄວາມເຂົ້າໃຈກ່ຽວກັບບັນດາກົດເກນ, ປະກົດການທຳມະຊາດເພື່ອໃຫ້ເລື່ອງພະຍາກອນອຸຕຸນິຍົມອຸທົກກະສາດບັນລຸໝາກຜົນດີກວ່າ.

ຕາມທ່ານເລຂາທິການ WMO Petteri Taalal ແລ້ວ, ບັນດາການກະທົບຢ່າງຫຍໍ້ທໍ້ຂອງການປ່ຽນແປງຂອງດິນຟ້າອາກາດ ແມ່ນໄພນາບຂູ່ສຳລັບການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ