ອີນເດຍເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ນະຄອນຫຼວງ New Delhi

ອີນເດຍເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ນະຄອນຫຼວງ New Delhi - ảnh 1
(ພາບ​ປະ​ກອບ: Reuters)

(vovworld) - ຕອ​ນ​ຄ່ຳ​ວັນ​ທີ 27/03, ​ກຳ​ລັງປ້ອງ​ກັນ​ຄວາມ​ສະ​ຫງົບຢູ່​ນະ​ຄອ​ນ​ຫຼວງ New Delhi ໄດ້​ຮັບ​ກາ​ນ​ເພີ່ມ​ທະ​ວີຂຶ້ນ, ພາຍ​ຫຼັງ​ທີ່​ໂຮງ​ແຮມ 5 ດາວ Radisson Hotel ໄ​ດ້​ຮັບ​ໂທ​ລະ​ສັບ​ກ່າວ​ເຕືອນ​ວ່​າ ອ​າດ​ຈະ​ເກີດ​ບັນ​ດາ​ການ​ບຸກ​ໂຈ​ມ​ຕີກໍ່​ການ​ຮ້າຍ​ຢູ່​ນະ​ຄອນນີ້. ຕະ​ຫຼວດ New Delhi ໄດ້​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ດຳ​ເນີນ​ການ​ສືບ​ສວນ​ເຫດ​ການ. ກ່ອນ​ໜ້ານັ້ນ, ວັນ​ທີ 08/03, ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ອີ​ນ​ເດຍ ໄດ້​ຜັນ​ຂະ​ຫຍາຍ​ຢູ່​ຫຼາຍ​ນະ​ຄອນ​ໃຫຍ່ ເພື່ອ​ຮັບ​ມື​ກັບໄພ​ຈະ​ເກີດ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ ພາຍ​ຫຼັງ​ມີ​ຂໍ້​ມ​ູນ​ຂ່າວ​ທີ່​ວ່າ ພາກ​ສ່ວນກໍ່​ການ​ຮ້າຍ 10 ຄົນ ຂຶ້ນ​ກັບ​ກຸ່ມກໍ່​ການ​ຮ້າຍ Lashkar e Taiba ໄດ້​ແຊກ​ຊຶມ​ເຂົ້າ​ເຂດ​ດິນ​ແດນ​ອີນ​ເດຍ ​ທາງ​ທະ​ເລ. ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ອ​ີນ​ເດບ ກໍ​ຍົກ​ອອກ​ຄຳ​ກ່າວ​ເຕືອນກໍ່​ການ​ຮ້າຍ​ຢູ່ New Delhi, Mumbai, Hyderabad ແລະ  Bangalore.

ຂ່າວ/ບົດ​ອື່ນ