ອິນໂດເນເຊຍຈະຍົກອອກບັນດາທະເລຮວາຕຸງໃນກອງປະຊຸມຂັ້ນສູງອາຊຽນ-ຍີ່ປຸ່ນ

ອິນໂດເນເຊຍຈະຍົກອອກບັນດາທະເລຮວາຕຸງໃນກອງປະຊຸມຂັ້ນສູງອາຊຽນ-ຍີ່ປຸ່ນ - ảnh 1
ເຮືອບິນ ຍີ່ປຸ່ນ ໄປຜ່ານເຂດ ADIZ ເຊິ່ງຈີນ ສ້າງຕັ້ງພຽງລຳພັງໃຈດຽວ
(ພາບ: AFP/TTXVN)


(vovworld) - ອິນ​ໂດ​ເນ​ເຊຍ ​ມີ​ແຜນການ​ຍົກ​ອອກ​ບັນຫາ​ເຄັ່ງ​ຕຶງ​ໃນ​ທະ​ເລ​ຮວາ​ຕຸ​ງ ​ໃນ​ປະຈຸ​ບັນ​ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ບັນດາ​ປະ​ເທດ ອາຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) - ຍີ່ປຸ່ນ, ​ທີ່​ໄດ້​ຮັບ​ການຈັດ​ຕັ້ງ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສາຍ​ພົວພັນ​ຄູ່​ຮ່ວມ​ມື ອາ​ຊຽນ - ຍີ່ປຸ່ນ.

    ກ່າວ​ຄຳ​ເຫັນ​ຕໍ່ວົງ​ການ​ນັກ​ຂ່າວ​​ໃນ​ວັນ​ທີ 12/12 ກ່ອນ​ທີ່​ໄປ​ຍັງ ​ໂຕ​ກຽວ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ຍີ່​ປຸ່ນ, ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ຮັບ​ຮູ້​ວ່າ: ສະ​ພາບ​ການ​ການ​ເມືອງ​ຢູ່ ອາ​ຊີ ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ​ເຄັ່ງ​ຕຶງ​ພໍ​ສົມຄວນ ​ແລະ ປະ​ເທດ​ນີ້​ຈະ​ຍົກ​ອອກ​ທັດ​ສະ​ນະ​ຂອງ​ຕົນ​ກ່ຽວ​ກັບ​ບັນຫາ​ທະ​ເລ ຮວາ​ຕຸ​ງ ທີ່​ກອງ​ປະຊຸມ. ທ່ານ​ກໍ່​ຊຸກຍູ້​ບັນດາ​ການ​ນຳ​ຮັກ​ສາ​ສັນຕິພາບ ​ແລະ ​ສະຖຽນ​ລະ​ພາບ ​ເພື່ອ​ຮັບປະກັນ​ການ​ເຕີບ​​ໂຕ​​ເສດຖະກິດ​ຂອງ​ພາກ​ພື້ນ. ທ່ານ Teuku Faizasyah, ທີ່​ປຶກສາດ້ານ​ພົວພັນ​ການ​ຕ່າງປະ​ເທດ, ຜູ້​ຊ່ວຍ​ວຽກ​ປະທານາທິບໍດິ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ທີ່​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ຍີ່ປຸ່ນ, ບັນດາ​ການ​ນຳ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ ​ໃນ​ບັນດາ​ຂົງ​ເຂດ​ຕ່າງໆ, ພິ​ເສດ​ແມ່ນ​ການ​ປະຕິບັດ​ວິວັດ​ການ​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ ອາ​ຊຽນ - ຍີ່ປຸ່ນ (2012 – 2022), ສ້າງ​ຂອບ​ເຂດ​​ເພື່ອປະຕິບັດຄາດໝາຍ​ກໍ່ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015.

 

ຂ່າວ/ບົດ​ອື່ນ