ອິນໂດເນເຊຍສົ່ງສານກ່ຽວກັບບັນຫາຊາວອົບພະຍົບ

ອິນໂດເນເຊຍສົ່ງສານກ່ຽວກັບບັນຫາຊາວອົບພະຍົບ - ảnh 1
ອິນໂດເນເຊຍສົ່ງສານກ່ຽວກັບບັນຫາຊາວອົບພະຍົບ
(ພາບ: TTXVN)


​(vovworld) - ວັນ​ທີ 10/06, ທ່ານ​ນາງລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ Retno Marsudi ​ໃຫ້​ຮູ້ວ່າ, ລັດຖະບານ​ອິນ​ໂດ​ເນ​ເຊຍ ບໍ່​ສາມາດ​ໜູນ​ຊ່ວຍ​ທີ່ຢູ່​​ຊົ່ວຄາວ​ໄດ້ ຖ້າ​ບັນດາຊາວ​ອົບ​ພະຍົບ Rohingya ມາຈາກ ມຽນມາ ສືບ​ຕໍ່​ເພີ່ມ​ຂຶ້ນ. ທ່ານນາງ Retno Marsudi ຊີ້​ແຈ້ງວ່າ: “​​ໃນ​ນະ​ໂຍບາຍ​ມະນຸດ​ສະ​ທຳ​ຂອງ​ຕົນ, ພວກຂ້າພະ​ເຈົ້າຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງທີ່​ສາມາດ​ປະຕິບັດ​ໄດ້​ໃຫ້​ແກ່​ຊາວ​ອົບ​ພະ​ຍົບຄື: ຈັດບ່ອນຢູ່​ອາ​ໄສຊົ່ວຄາວ, ສະບຽງອາຫານ ​ແລະ ຢຸກຢາ​. ​​ເຖິງ​ແນວ​ນັ້ນ​ກໍ່ຕາມ, ສິ່ງດັ່ງກ່າວ​ບໍ່​ໝາຍ​ຄວາມ​ວ່າ ອິນ​ໂດ​ເນ​ເຊຍ ຈະ​ຍິນ​ດີຕ້ອນຮັບ ​ຫຼື ດຶງ​ດູ​ດຊາວ​ອົບ​ພະຍົບ​ເຂົ້າ​ມາຕື່ມ”. ທ່ານ​ນາງ Retno Marsudi ​ເນັ້ນ​ໜັກ​ວ່າ, ລັດຖະບານ​ອິນ​ໂດ​ເນ​ເຊຍ ​ໄດ້​ຮ່ວມ​ມື​ກັບ​ລັດຖະບານ​ມຽນມາ ​ເພື່ອ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ບັນຫານ​ີ້ຢ່າງ​ເຖິງ​ຖອງ.
ຂ່າວ/ບົດ​ອື່ນ