(VOVWORLD) -ທີ່ການເຈລະຈາ, 2 ຝ່າຍໄດ້ປຶກສາຫາລືບາງບັນຫາກ່ຽວຂ້ອງເຖິງການພົວພັນ 2 ຝ່າຍ.
ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim
(ພາບ: Reuters)
|
ອິນໂດເນເຊຍ ແລະ ມາເລເຊຍ ເຫັນດີເພີ່ມທະວີບົດບາດຂອງ ອາຊຽນ ບົນເວທີສາກົນ, ລວມທັງບົດບາດຂອງ ອາຊຽນ ໃນການສ້າງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. ວັນທີ 09 ມັງກອນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຍົກອອກຖະແຫຼງການດັ່ງກ່າວທີ່ກອງປະຊຸມຂ່າວຮ່ວມກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ພາຍຫຼັງການເຈລະຈາຢ່າງເປັນທາງການລະຫວ່າງການນຳ 2 ທ່ານຢູ່ວັງ Bogor, ແຂວງ Java ຕາເວັນຕົກ (ອິນໂດເນເຊຍ).
ທີ່ການເຈລະຈາ, 2 ຝ່າຍໄດ້ປຶກສາຫາລືບາງບັນຫາກ່ຽວຂ້ອງເຖິງການພົວພັນ 2 ຝ່າຍ. ການນຳ 2 ທ່ານກໍ່ເປັນສັກຂີພິຍານພິທີລົງນາມໃນບັນດາບົດບັນທຶກຊ່ວຍຈຳ (MoU) ໃນຂົງເຂດຂົນສົ່ງທາງທະເລ, ໜູນຊ່ວຍການສົ່ງອອກ - ນຳເຂົ້າ, ພະລັງງານສີຂຽວ, ການພັດທະນາຂະແໜງອຸດສາຫະກຳຖ່ານ ແລະ ຂົງເຂດອື່ນໆ.