![ອີຢີບສືບສວນເລື່ອງ ອະດີດປະທານາທິບໍດີ Mohamed Morsi ເຂັນຂ້າຜູ້ແຫ່ຂະບວນປະທ້ວງ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_07_07/ai%20cap.jpg)
(ພາບ:.nguoiduatin.vn)
(vovworld)-ວັນທີ 5/7, ຫົວໜ້າອົງການໄອຍະການອີຢີບ ໄດ້ອອກຄຳສັ່ງໃຫ້ບັນດາຜູ້ພິພາກສາສືບສວນປະທານາທິບໍດີ Mohamed Morsi ຜູ້ທີ່ຖືກໂຄ່ນລົ້ມ ກ່ຽວກັບຄຳກ່າວຜູກໂທດວ່າ ໄດ້ເຂັນຂ້າຜູ້ແຫ່ຂະບວນປະທ້ວງເມື່ອຕົ້ນປີ 2011. ທ່ານ Mohamed Morsi ແລະ ບັນດາການນຳຂັ້ນສູງໃນອົງການອ້າຍນ້ອງຊາວມຸດສະລິມ, ໃນນັ້ນມີທ່ານປະທານ ແລະ ຮອງປະທານພັກເສລີ ແລະ ຍຸດຕິທຳ ຖືກສືບສວນຍ້ອນກ່ຽວຂ້ອງເຖິງບັນດາໂທດກຳຄື: ຊຸກຍູ້ການໃຊ້ຄວາມຮຸນແຮງ, ເຂັນຂ້າບັນດານາຍຕຳຫລວດ, ຈ້າງບັນດາມືປືນເຂັນຂ້າຜູ້ແຫ່ຂະບວນປະທ້ວງ ແລະ ຈູດເຜົາສຳນັກງານຂອງພັກປະຊາທິປະໄຕແຫ່ງຊາດກຳອຳນາດໃນຈຸດເວລານັ້ນ.
ກ່ຽວກັບເລື່ອງທ່ານ Mohammed Al Baradei ອະດີດຜູ້ອຳນວຍການໃຫ່ຍອົງການພະລັງງານປະລະມານູສາກົນ (IAEA) ໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີຊົ່ວຄາວອີຢີບ, ຕອນຄ່ຳວັນທີ 6/7, ທີ່ປຶກສາຂອງປະທານາທິບໍດີອີຢີບ ໃຫ້ຮູ້ວ່າ: ປະທານາທິບໍດີຍັງບໍ່ທັນລົງນາມໃນຂໍ້ຕົກລົງແຕ່ຕັ້ງເທື່ອ ແຕ່ທ່ານຜູ້ນີ້ກໍ່ຢືນຢັນວ່າ: ເລື່ອງທ່ານ Mohammed Al Baradei ກາຍເປັນນາຍົກລັດຖະມົນຕີແມ່ນການເລືອກເຟັ້ນທີ່ເໝາະສົມ.