ອີຢີບຮັບຮອງເອົາກົດໝາຍ ເລືອກຕັ້ງປະທານາທິບໍດີ


ອີຢີບຮັບຮອງເອົາກົດໝາຍ ເລືອກຕັ້ງປະທານາທິບໍດີ - ảnh 1

 (ພາບ: AFP)

 (vovworld)- ວັນທີ 8/3, ປະທານາທິບໍດີຊົ່ວຄາວອີຢີບ, ທ່ານ Adly Mansour ​ໄດ້​ເຊັນ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງປະທານາທິບໍດີ. ພາຍຫຼັງທີ່​ທ່ານ Ali Awad ທີ່​ປຶກ​ສາ​ດ້ານ​ກົດໝາຍ​ໄດ້​ປະກາດ​ກົດໝາຍ​ສະບັບ​ດັ່ງກ່າວ​ໃນ​ການ​ປະຊຸມ​ຂ່າວ, ຄະນະ​ກຳມະການ​ເລືອກ​ຕັ້ງປະທານາທິບໍດີ (PEC) ຄາດ​ວ່າ​ຈະ​ກຳນົດ​ວັນ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ເດືອນ​ເມສາ​ທີ່​ຈະ​ມາ​ເຖິງ, ​ເປີດ​ທາງ​ໃຫ້​ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ, ​ໃນ​ນັ້ນມີ​ທ່ານ​ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Abdel Fattah el Sissi ​ໄດ້​ຍື່ນ​ໃບ​ຄຳ​ຮ້ອງຫາ​ສຽງ​ເລືອກ​ຕັ້ງ ​ແລະ ປຸກລະດົມ​ບັ້ນຂົນຂວາຍ​ການ​ເລືອກ​ຕັ້ງ. ກົດໝາຍ​ສະບັບ​ດັ່ງກ່າວ​ລວມມີ​ບາງ​ຂໍ້​ມາດຕາ​ກໍ່​ຄວາມ​ໂຕ້​ຖຽງກັນກ່ຽວຂ້ອງ​ເຖິງ​ການ​ສະກັດ​ກັ້ນການ​ຄັດຄ້ານ​ບັນດາ​ຂໍ້​ຕົກລົງ​ຂອງ PEC. ຕາມ​ທ່ານ Ali Awad, ຂໍ້​ມາດຕາ​ດັ່ງກ່າວ​ເພື່ອ​ແນ​ໃສ່​ສະກັດ​ກັ້ນການ​ຊັກ​ຊ້າ​ຂອງ​ການ​ເລືອກ​ຕັ້ງປະທານາທິບໍດີ ​ແລະ ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຈະ​ດຳ​ເນີນ​ໄປ​ກ່ອນ​ກາງ​ເດືອນ 7/2014 ຈະ​ມາ​ເຖິງ​ຕາມ​ການ​ກຳນົດ​ຂອງ​ລັດຖະທຳ​ມະນູນ​ສະບັບ​ໃໝ່ ພ້ອມ​ທັງ​ປັບປຸງ​ທີ່​ຕັ້ງບົດບາດ​ຂອງ​ປະທານາທິບໍດີ​ຄົນ​ໃໝ່./.
ຂ່າວ/ບົດ​ອື່ນ