ອີຢູປຶກສາຫາລືບັນດາມາດຕະການລົງໂທດອິດສະຣາແອັນ

(VOVWORLD) -ບັນດາການປຶກສາຫາລືພວມໄດ້ຮັບການດຳເນີນ ກ່ຽວຂ້ອງເຖິງອະນາຄົດຂອງອິດສະຣາແອັນ

ສະພາພົວພັນຕ່າງປະເທດສະຫະພາບເອີລົບ (ອີຢູ) ຫາກໍ່ປຶກສາຫລືບັນດາການ ເລືອກເຟັ້ນປະຕິກິລິຍາຕໍ່ບັນດາການກະທຳຂອງອິດສະຣາແອັນ ທີ່ແນໃສ່ໂຮມຜືນແຜ່ນດິນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ພາຍໃຕ້ການສະໜັບສະໜູນຂອງອາເມລິກາ. ທີ່ກອງປະຊຸມທາງອອນລາຍ, ລັດຖະມົນຕີການຕ່າງປະເທດບັນດາປະເທດເອີລົບ ໄດ້ເຫັນດີນຳກັນວ່າ ອີຢູ ຈະເລີ່ມຕີລາຄາບັນດາໂຄງການຮ່ວມກັບອິດສະຣາແອັນ ທີ່ອາດຈະຖືກຜົນສະທ້ອນຍ້ອນບັນດາບາດກ້າວເດີນພຽງລຳພັງຝ່າຍດຽວທີ່ລະເມີດກົດໝາຍສາກົນ.

        ບັນດາການປຶກສາຫາລືພວມໄດ້ຮັບການດຳເນີນ ກ່ຽວຂ້ອງເຖິງອະນາຄົດຂອງອິດສະຣາແອັນ ໂດຍມີການເຂົ້າຮ່ວມຂອງຫຼາຍໂຄງການຮ່ວມມື ແລະ ອຸປະຖຳກ່ຽວກັບການສຶກສາ ແລະ ວິທະຍາສາດ, ໃນນັ້ນມີໂຄງການ Horizon 2020 ແລະ ຂໍ້ລິເລີ່ມແລກປ່ຽນນັກສຶກສາ Erasmus Plus. ຂໍ້ຕົກລົງບໍ່ໃຫ້ອິດສະຣາແອັນ ເຂົ້າຮ່ວມບັນດາໂຄງການດັ່ງກ່າວ ແລະ ບໍ່ຕ້ອງການມີຄວາມເຫັນດີເຫັນພ້ອມຈາກບັນດາປະເທດສະມາຊິກອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ