ອີຢູ ໜູນຊ່ວຍ ຫວຽດນາມ 108 ລ້ານ ເອີໂຣ ເພື່ອປະຕິຮູບຂະແໜງພະລັງງານ

(VOVWORLD) - ວັນທີ 04 ພຶດສະພາ, ທີ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ສົມທົບກັບຄະນະປະຕິບັດງານສະຫະພາບ ເອີຣົບ ປະຈຳ ຫວຽດນາມ
ອີຢູ ໜູນຊ່ວຍ ຫວຽດນາມ 108 ລ້ານ ເອີໂຣ ເພື່ອປະຕິຮູບຂະແໜງພະລັງງານ - ảnh 1 ທີ່ກອງປະຊຸມສົນທະນານະໂຍບາຍ (ພາບ: kinhtedothi.vn)

ຈັດຕັ້ງກອງປະຊຸມສົນທະນານະໂຍບາຍໃຫ້ແກ່ໂຄງການ “ໜູນຊ່ວຍນະໂຍບາຍພັດທະນາພະລັງງານ ແລະ ເພີ່ມທະວີການສຳຜັດກັບພະລັງງານແບບຍືນຍົງຢູ່ເຂດຊົນນະບົດ, ເຂດພູດອຍ ແລະ ທະເລໝູ່ເກາະ” ນຳໃຊ້ທຶນ ODA ຊ່ວຍເຫຼືອລ້າ ໂດຍສະຫະພາບເອີຮົບອຸປະຖຳດ້ວຍມູນຄ່າ 108 ລ້ານ ເອີໂຣ.

        ທີ່ການພົບປະເຈລະຈາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈີ່ນຕ໋ວນແອງ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ 8% ເມື່ອທຽບໃສ່ການພັດທະນາປົກກະຕິໃນປີ 2030 ແລະ ອາດຈະຫລຸດລົງຕື່ມອີກຈົນເຖິງ 25 % ຖ້າຫາກໄດ້ຮັບການໜູນຊ່ວຍສາກົນຈາກບັນດາອົງການຈັດຕັ້ງຮ່ວມມື 2 ຝ່າຍ ແລະ ຫລາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ