ອີຣານຮັບຮູ້ມີຄວາມຄືບໜ້າໃນການເຈລະຈານິວເຄຼຍ

ອີຣານຮັບຮູ້ມີຄວາມຄືບໜ້າໃນການເຈລະຈານິວເຄຼຍ - ảnh 1
(ພາບປະກອບ: AFP/TTXVN)

​(vovworld) - ວັນທີ 04/06, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອີຣານ Abbas Araghchi ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້ ​ແລະ ກຸຸ່ມ P5+1 (​ເຊິ່ງລວມມື​ອັງກິດ, ​ຝລັ່ງ, ອາ​ເມ​ລິ​ກາ, ຈີນ, ລັດ​ເຊຍ ​ແລະ ​ເຢຍລະ​ມັນ) ​ບັນ​ລຸ​ໄດ້ “ຄວາມ​ຄືບ​ໜ້າ​ສຳຄັນ” ມຸ່ງ​ໄປ​ເຖິງ​ຂໍ້​ຕົກລົງ​ສຸດ​ທ້າຍ ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ​ເຕ​ເຣຣານ ກ່ອນ​ກຳນົດ​ເສລາ​ສຸດ​ທ້າຍ​ໃນ​ວັນ​ທີ 30/06 ຈະ​ມາ​ເຖິງ. ສ່ືສານ​ແຫ່ງ​ລັດ​ອີຣານ ​ໄດ້​ຄັດ​ຄຳ​ກ່າວ​ປາ​ໄສ​ຂອງ​ທ່ານ Araghchi ​ເມື່ອ​ໄປ​ຮອດ​ວຽນ, ປະ​ເທດ​ໂ​​ອ​ຕ​ລິດ ​​​ເພື່ອເຂົ້າ​ຮ່ວມ​ຮອບ​ເຈລະຈາ​ນິວ​ເຄຼຍຄັ້ງ​ໃໝ່​ສຸດ, ຊີ້​ແຈ້ງວ່າ, ອີຣານ ​ແລະ ກຸ່ມ P5+1 ບັນລຸ​ໄດ້ຄວາມ​ຄືບ​ໜ້າ​ສຳຄັນ​ກ່ຽວ​ກັບ​ເອກະສານ​ສະບັບ​ສຸດ​ທ້າຍ, ​ແຕ່​ສຳລັບສ່ວນ​ເພີ່ມ​ເຕີມຍັງບໍ່ທັນ​ບັນລຸ​ໄດ້, ສະ​ນັ້ນຈະ​ສືບ​ຕໍ່​ເຈລະຈາ. ທ່ານ​ກໍ່​ຍອມ​ຮັບ​ວ່າ, ​ເລື່ອງ​ບັນລຸ​ໄດ້​ຂໍ້​ຕົກລົງ​ສຸດ​ທ້າຍ​ແມ່ນ​ວຽກ​ງານ​ທີ່​ຫຍຸ້ງຍາກ, ສັບສົນ. ບັນດາ​ການ​ເຈລະຈາ​ໃນ​ອາທິດ​ກ່ອນ​ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ ​ບໍ່​ສາມາດ​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ວໍ​ຊິງ​ຕັນ ​ແລະ ​ເຕ​ເຣຣານ ​​ໃນ​ບັນຫາ​ຕົ້ນຕໍ່ ​ແມ່ນການກວດກາ​ບັນດາ​ຮາກ​ຖານ​ການ​ທະຫານ​ຂອງ​ອີຣານ ​ໄດ້.

ຂ່າວ/ບົດ​ອື່ນ