ອີຣານແລະບັນດາປະເທດມະຫາອຳນາດເຫັນດີເປັນເອກະສັນເຈລະຈານິວເຄຼຍໃນອາທິດໜ້າ

ອີຣານແລະບັນດາປະເທດມະຫາອຳນາດເຫັນດີເປັນເອກະສັນເຈລະຈານິວເຄຼຍໃນອາທິດໜ້າ - ảnh 1
ຜູ້​ຕາງ​ໜ້າ​ຂອງ ອີ​ຣານ ແລະ ກຸ່ມ P5+1 ທີ່​ການ​ເຈ​ລະ​ຈາ​ຄັ້ງ​ທີ 6
(ພາບ: AFP/TTXVN)

(vovworld) – ວັນ​ທີ 8/10, ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ໃຫ​້​ຮູ້​ວ່າ, ປະ​ເທດນີ້ ແລະ ບັນ​ດາ​ປະ​ເທດມ​ະ​ຫາ​ອຳ​ນາດ​ໃນ​ໂລກ ເຫັນ​ດີ​ເປັນ​ເອ​ກະ​ສັນ​ດຳ​ເນີນ​ຮອບ​ເຈ​ລະ​ຈາ​ນິວ​ເຄຼຍ 2 ຝ່າຍ ແລະ ຫຼາຍ​ຝ່າຍ​ຕໍ່​ໄປ​ໃນ​ອາ​ທິດ​ໜ້າ​ຢູ່​ນະ​ຄອນຫຼວງ ວຽນ, ປະ​ເທດ ໂອ​ຕ​​ຣິດ ເພື່ອ​ແນ​ໃສ່​ລ​ົ​ບ​ລ້າງ​ບັນ​ດາ​ການ​ຖົກ​ຖຽງ​ກັນ​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ນິວ​ເຄຼຍ​ຂອງ ເຕ​ເຮ​ຣານ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ປະ​ຈຳ​ອາ​ທິດ ທີ່​ຖ່າຍ​ທອດ​​ສົດ​ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ Marzieh Afkham ຮອງ​ຮັບ​ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ, ພ້ອມ​ທັງ​ໃຫ້​ຮູ້​ວ່າ: ​ວັນ​ເວ​ລາ​​ດຳ​ເນີນ​ການ​ເຈ​ລະ​ຈາ ຈະ​ໄດ້​ປະ​ກາດ​ຕາມ​ພາຍຫຼັງ. ອີ​ຣານ ແລະ ກຸ່ມ P5+1 ໄດ້​ວາງ​ຈຸດ​ເວ​ລາ​ສຸດ​ທ້າຍ​ໃນ​ວັນ​ທີ 24/11 ຈະ​ມາ​ເຖິງ ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ອີ​ຣານ.


ຂ່າວ/ບົດ​ອື່ນ