ອະນຸມັດຜ່ານຍຸດທະສາດແຫ່ງຊາດສະກັດກັ້ນໂລກ AIDS ໃຫ້ສິ້ນສຸດໃນປີ 2030

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ໃຫ້ອະນຸມັດຜ່ານຍຸດທະສາດແຫ່ງຊາດສະກັດກັ້ນໂລກ AIDS ໃຫ້ສິ້ນສຸດໃນປີ 2030. 
ອະນຸມັດຜ່ານຍຸດທະສາດແຫ່ງຊາດສະກັດກັ້ນໂລກ AIDS ໃຫ້ສິ້ນສຸດໃນປີ 2030 - ảnh 1 (ພາບປະກອບ / phapluatxahoi.vn)

  ເປົ້າໝາຍຂອງຍຸດທະສາດດັ່ງກ່າວ ແມ່ນແນໃສ່ຍູ້ແຮງບັນດາການເຄື່ອນໄຫວປ້ອງກັນ, ຕ້ານພະຍາດ HIV/AIDS ເພື່ອຫລຸດຜ່ອນຈຳນວນຜູ້ຕິດເຊື້ອ HIV ໃໝ່ ແລະ ເສຍຊີວິດຍ້ອນໂລກ AIDS, ສະກັດກັ້ນໂລກ AIDS ຢູ່ ຫວຽດນາມ ໃຫ້ສິ້ນສຸດໃນປີ 2030, ຫລຸດຜ່ອນການກະທົບຈາກເຊື້ອ HIV/AIDS ຕໍ່ການພັດທະນາເສດຖະກິດ - ສັງຄົມລົງຢ່າງສຸດຂີດ. ໂດຍລະອຽດແມ່ນ ເປີດກ້ວາງ ແລະ ປ່ຽນແປງໃໝ່ບັນດາການເຄື່ອນໄຫວສື່ມວນຊົນ, ມີການກະທຳເພື່ອຫລຸດຜ່ອນຜົນເສຍຫາຍ ແລະ ປ້ອງກັນ, ຕ້ານການຕິດແປດເຊື້ອ HIV, ສູ້ຊົນຮອດປີ 2030 ອັດຕາຜູ້ມີຄວາມສ່ຽງຕິດເຊື້ອສູງ ໄດ້ສຳຜັດກັບການບໍລິການປ້ອງກັນ, ຕ້ານການຕິດແປດເຊື້ອ HIV ບັນລຸໃຫ້ໄດ້ 80%; ເປີດກ້ວາງ ແລະ ຫັນບັນດາຮູບແບບໃຫ້ຄຳປຶກສາວິໄຈຫາເຊື້ອ HIV ເປັນຫລາຍຮູບຫລາຍແບບ, ຍູ້ແຮງການວິໄຈຫາເຊື້ອ HIV ໃນວົງຄະນະຍາດ…ເພື່ອປະຕິບັດໃຫ້ໄດ້ບັນດາເປົ້າໝາຍດັ່ງກ່າວ ຍຸດທະສາດແຫ່ງຊາດໄດ້ຍົກອອກ 11 ໝວດມາດຕະການ. ໃນນັ້ນ ມີໝວດມາດຕະການກ່ຽວກັບການປິ່ນປົວ, ເບິ່ງແຍງດູແລຜູ້ຕິດເຊື້ອ HIV.

ຕອບກັບ

ຂ່າວ/ບົດ​ອື່ນ