ອາຊຽນຕັ້ງໜ້າແກ້ໄຂ ການພິພາດອະທິປະໄຕ ຢູ່ທະເລ ຕາເວັນອອກ
![ອາຊຽນຕັ້ງໜ້າແກ້ໄຂ ການພິພາດອະທິປະໄຕ ຢູ່ທະເລ ຕາເວັນອອກ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2012_10_31/bien dong.jpg)
ພາບປະກອບ
|
(vovworld)- ວັນທີ 30/10, ທ່ານເລຂາທິການໃຫຍ່ອາຊຽນ Surin Pitsuwan ແຫຼງວ່າ ບັນດາການພິພາດອະທິປະໄຕຢູ່ເຂດທະເລຕາເວັນອອກ ຍາມໃດກໍເປັນໄພເກີດການໃຊ້ຄວາມຮຸນແຮງ, ແຕ່ຈີນ ແລະ ບັນດາປະເທດອາຊຽນ ພວມສະແດງທ່າທີພະຍາຍາມບັນເທົ່າຄວາມເຄັ່ງຕຶງໂດຍໄວ. ຕອບສຳພາດວົງການນັກຂ່າວຢູ່ນອກກອງປະຊຸມທີ່ຈັດຂຶ້ນຢູ່ກົວລາລຳເປີປະເທດມາເລເຊຍ, ທ່ານເລຂາທິການໃຫຍ່ອາຊຽນ Surin Pitsuwan ໃຫ້ຮູ້ວ່າ ໄດ້ມີບັນດາສັນຍານອັນຕັ້ງໜ້າໃນການປຶກສາຫາລືຄັ້ງຕ່າງໆຢ່າງບໍ່ເປັນທາງການທີ່ດຳເນີນໃນອາທິດນີ້ຢູ່ເຂດຕາກອາກາດພັດຕະຢາຂອງໄທລະຫວ່າງ ຈີນກັບ 10 ປະເທດອາຊຽນ. ທ່ານເລຂາທິການໃຫຍ່ອາຊຽນ Surin Pitsuwan ເວົ້າວ່າ ປະຈຸບັນ 2 ຝ່າຍພວມຢາກສ້າງປະມວນຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ ຫຼື COC ໃຫ້ສຳເລັດຍິ່ງໄວກໍຍິ່ງດີ, ເພາະວ່າຖ້າຫາກຊັກຊ້າ ຈະສົ່ງຜົນສະທ້ອນເຖິງສິດຜົນປະໂຫຍດ ຂອງທຸກໆຝ່າຍ.