ອາ​ຊຽນ - ສ.ເກົາຫຼີ ປຶກ​ສາ​ຫາ​ລື ບ​ັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື

(VOVWORLD) -ກອງປະຊຸມປີນີ້ມີຄວາມໝາຍສຳຄັນຍ້ອນບັນດາຝ່າຍພວມມານະພະຍາຍາມ ເພີ່ມທະວີຄວາມວັດທະນາຖາວອນ ແລະ ສາມັກຄີລະຫວ່າງ ອາຊຽນ ແລະ ສ.ເກົາຫຼີໃນສະພາບການຊຸກຍູ້ການຮ່ວມມືໃນໄລຍະພາຍຫຼັງໂຄວິດ - 19.
ອາ​ຊຽນ - ສ.ເກົາຫຼີ ປຶກ​ສາ​ຫາ​ລື ບ​ັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື - ảnh 1ທ່ານ Kim Hae-yong ເລຂາທິການໃຫຍ່ສູນ ອາຊຽນ - ສ.ເກົາຫຼີ (ພາບ: TTXVN)

ກອງປະຊຸມປະຈຳປີຄັ້ງທີ 15 ຂອງສະພາຜູ້ອຳນວຍການສູນ ອາຊຽນ - ສ.ເກົາຫຼີ ຈະດຳເນີນໃນ ວັນທີ 16 – 17 ກຸມພາ, ຢູ່ນະຄອນຫຼວງ ເຊີອູນ, ສ.ເກົາຫຼີ. ນີ້ແມ່ນກອງປະຊຸມໂດຍເຊິ່ງໜ້າຄັ້ງທຳອິດລະຫວ່າງ ບັນດາເຈົ້າໜ້າທີ່ ຂັ້ນສູງ ອາຊຽນ ແລະ ສ.ເກົາຫຼີ ພາຍຫຼັງ 3 ປີເພື່ອປຶກສາຫາລືວິທີ ຊຸກຍູ້ການພົວພັນຄູ່ຮ່ວມມື ອາຊຽນ - ສ.ເກົາຫຼີ.

ປີ 2023, ບັນດາເຈົ້າໜ້າທີ່ລັດຖະບານ ຈາກ 10 ປະເທດສະມາຊິກ ອາຊຽນ ແລະ ສ.ເກົາຫຼີ ຈະຈັດກອງປະຊຸມ ເພື່ອພິຈາລະນາບົດລາຍງານໝາກຜົນການປະຕິບັດແຜນງົບປະມານປີ 2022, ສະເໜີແຜນງົບປະມານໃນປີ 2023 ແລະ ບັນດາໂຄງການເຄື່ອນໄຫວ. ກອງປະຊຸມປີນີ້ມີຄວາມໝາຍສຳຄັນຍ້ອນບັນດາຝ່າຍພວມມານະພະຍາຍາມ ເພີ່ມທະວີຄວາມວັດທະນາຖາວອນ ແລະ ສາມັກຄີລະຫວ່າງ ອາຊຽນ ແລະ ສ.ເກົາຫຼີໃນສະພາບການຊຸກຍູ້ການຮ່ວມມືໃນໄລຍະພາຍຫຼັງໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ