ອາຊຽນ ເພີ່ມທະວີການຮ່ວມມືຮັບປະກັນຄວາມໝັ້ນຄົງດ້ານພະລັງງານ

(VOVWORLD) -ບັນດາປະເທດໃນພາກພື້ນ ອາຊຽນ ຈະຍູ້ແຮງການຮ່ວມມື ແລະ ແບ່ງປັນແຫຼ່ງກໍາລັງ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ຜ່ານການເປີດກວ້າງການເຊື່ອມຕໍ່ຕາໜ່າງໄຟຟ້າ ກໍຄືພັດທະນາພະລັງງານຜະລິດຄືນໃໝ່. 
ອາຊຽນ ເພີ່ມທະວີການຮ່ວມມືຮັບປະກັນຄວາມໝັ້ນຄົງດ້ານພະລັງງານ - ảnh 1ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ ທີ່ກອງປະຊຸມລັດຖະມົນຕີພະລັງງານບັນດາປະເທດ ອາຊຽນ ຄັ້ງທີ 36 (ພາບ: My Binh/Vietnam +)

ນີ້ແມ່ນຄໍາໝັ້ນສັນຍາ ທີ່ບັນດາລັດຖະມົນຕີ, ຮອງລັດຖະມົນຕີຮັບຜິດຊອບພະລັງງານຂອງ 10 ປະເທດສະມາຊິກ ອາຊຽນ ໄດ້ເຫັນດີເປັນເອກະພາບ ທີ່ກອງປະຊຸມລັດຖະມົນຕີພະລັງງານບັນດາປະເທດ ອາຊຽນ ຄັ້ງທີ 36 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຂຶ້ນຢູ່ ສິງກະໂປ ແຕ່ວັນທີ 25 – 29 ຕຸລາ.

        ທີ່ກອງປະຊຸມ, ບັນດາປະເທດສະມາຊິກ ອາຊຽນ ໄດ້ເຫັນດີເພີ່ມທະວີບັນດາໂຄງການເຊື່ອມຕໍ່ຕາໜ່າງໄຟຟ້າ ເພື່ອຊ່ວຍເພີ່ມການແລກປ່ຽນປະລິມານໄຟຟ້າ ໃຫ້ທົບສອງເທົ່າເມື່ອທຽບໃສ່ລະດັບປັດຈຸບັນ ຄືແຕ່ 5.200 MW ຂຶ້ນເປັນ 10.800 MW ໃນປິ 2020 ແລະ ເພີ່ມຂຶ້ນກວ່າ 16.000 MW ໃນຫຼັງປີ 2020. ບັນດາລັດຖະມົນຕີກໍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານພະລັງງານກັບບັນດາຄູ່ຮ່ວມມືລວມທັງບັນດາປະເທດ ແລະ ບັນດາອົງການພະລັງງານສາກົນ ເພື່ອໃຫ້ ອາຊຽນ ສາມາດຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການດ້ານພະລັງງານໃຫ້ແກ່ປະຊາຊົນ ກໍຄື ຫັນປ່ຽນພະລັງງານ ແລະ ມຸ່ງໄປເຖິງການນໍາໃຊ້ບັນດາແຫຼ່ງພະລັງງານສະອາດກວ່າໃນພາກພື້ນ.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາອົງການສາກົນ ເພື່ອແບ່ງປັນບົດຮຽນໃນການວາງນະໂຍບາຍ ແລະ ປະກາດບັນດາຂໍ້ຕົກລົງ ຊຸກຍູ້ການນໍາໃຊ້ພະລັງງານຜະລິດຄືນໃໝ່ໃຫ້ດີກວ່າອີກ ເພື່ອປະຊາຄົມ ອາຊຽນ ຂຽວງາມກວ່າ ແລະ ນໍາໃຊ້ພະລັງງານອັດສະລິຍະ.

ຕອບກັບ

ຂ່າວ/ບົດ​ອື່ນ