ອາຊຽນ ແມ່ນປັດໄຈສໍາຄັນຕໍ່ຄວາມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ຕອນເຊົ້າວັນທີ 23 ສິງຫາ, ຢູ່ນະຄອນໂຮ່ຈີມິນ ຂອງຫວຽດນາມ, ຕາງໜ້າສະຖານກົງສູນບັນດາປະເທດອາຊຽນປະຈໍານະຄອນ ໄດ້ເຂົ້າຮ່ວມພິທີສະເຫຼີມ ສະຫຼອງ 51 ປີ ແຫ່ງວັນສ້າງຕັ້ງ ອາຊຽນ.
ອາຊຽນ ແມ່ນປັດໄຈສໍາຄັນຕໍ່ຄວາມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ - ảnh 1ການສະແດງສິລະປະທີ່ພິທີສະເຫຼີມສະຫຼອງ 

(ພາບ: hcmcpc.org.vn) 

ທີ່ພິທີ, ທ່ານນາງ Leow Siu Lin, ຫົວໜ້າສະຖານກົງສູນ ສິງກະໂປ ປະຈໍານະຄອນໂຮ່ຈິມິນ, ເຊິ່ງເປັນປະເທດພວມຮັບໜ້າທີ່ເປັນປະທານອາຊຽນ, ໃຫ້ຮູ້ວ່າ: ປີນີ້, ສິງກະໂປ ໄດ້ເອົາຫົວຂໍ້ວ່າ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ແລະ “ປ່ຽນແປງໃໝ່” ເພື່ອສ້າງອາຊຽນກາຍເປັນອົງການຈັດຕັ້ງທີ່ມີຄວາມຜູກພັນ, ມີຄວາມສາມາດແກ້ໄຂບັນດາຂາດສະຖຽນລະພາບພູມສາດການເມືອງ ໃຫ້ມີປະສິດທິຜົນກວ່າ, ກຽມພ້ອມກໍາແໜ້ນບັນດາກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍຂອງການປະຕິວັດດີຈີຕອນ, ຕ້ານຄືນບັນດາການນາບຂູ່ລວມຄື ການກໍ່ການຮ້າຍ, ການໃຊ້ຄວາມຮຸນແຮງທີ່ຫຍໍ້ທໍ້, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ອາດຊະຍາກໍາຂ້າມຊາດ, ໄພທໍາມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ