ອາຊຽນ ແລະ ຈີນ ຊ້ອມຮົບຮ່ວມ ຄັ້ງທຳອິດຢູ່ເທິງທະເລຕາເວັນອອກ

(VOVWORLD) - ກ່າວຄຳເຫັນທີ່ພິທີເປີດ, ຜູ້ບັນຊາການທະຫານເຮືອ ສິງກະໂປ, ພົນເຮືອຕີ Lew Chuen Hong, ໄດ້ເນັ້ນໜັກເປັນພິເສດເຖິງບົດບາດສຳຄັນຂອງທະເລຕາເວັນອອກ ສຳລັບພາກພື້ນ...

ວັນທີ 22 ຕຸລາ, ການຊ້ອມຮົບຮ່ວມ ຄັ້ງທຳອິດ ລະຫວ່າງ ກອງກຳລັງທະຫານເຮືອ 10 ປະເທດ ສະມາຊິກສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ຈີນ ຢູ່ເທິງທະເລຕາເວັນອອກ ຊຶ່ງດຳເນີນຢູ່ນອກຕາຝັ່ງນະຄອນ ຈ້ານຈ່ຽງ ແຂວງ ກວາງຕຸງ ທາງພາກໃຕ້ຂອງຈີນ. ກ່າວຄຳເຫັນທີ່ພິທີເປີດ, ຜູ້ບັນຊາການທະຫານເຮືອ ສິງກະໂປ, ພົນເຮືອຕີ Lew Chuen Hong, ໄດ້ເນັ້ນໜັກເປັນພິເສດເຖິງບົດບາດສຳຄັນຂອງທະເລຕາເວັນອອກ ສຳລັບພາກພື້ນ, ພ້ອມນັ້ນກໍ່ຢັ້ງຢືນວ່າສະຖຽນລະພາບ ແລະ ຄວາມສະຫງົບ ທີ່ໄດ້ຮັບການປ  ປົກປັກຮັກສາ  ຢູ່ເທິງທະເລຕາເວັນອອກ ເປັນພື້ນຖານໜຶ່ງດຽວທີ່ສາມາດຮັບປະກັນຄວາມວັດທະນາຖາວອນລວມໃຫ້ແກ່ທົ່ວພາກພື້ນ. ຕາມທ່ານ Lew Chuen Hong ແລ້ວ, ສິ່ງສຳຄັນແມ່ນ ຄວນມີກົດລະບຽບລວມ ແລະ ບັນດາປະເທດໃນພາກພື້ນ ຄວນມີຄວາມເຂົ້າໃຈຢ່າງເລິກເຊິ່ງ ເພື່ອຮັບປະກັນຄວາມໝັ້ນຄົງ ກໍ່ຄືການແບ່ງປັນຜົນປະໂຫຍດຮວ່ມ ຈາກບັນດາ “ພື້ນທີ່ລວມ”. ລະອຽດຄືສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍກົດໝາຍທາງທະເລ (UNCLOS) ປີ 1982 ແລະ ກົດແຫ່ງການຫຼີກລ່ຽງການແຕະຕ້ອງແບບບໍ່ຄາດຄິດຢູ່ເທິງທະເລ (CUES) ຊື່ງໃນປີຜ່ານມາ ກໍ່ໄດ້ຮັບຄວາມເຫັນດີເປັນເອກະພາບກັນຊຸກຍູ້ຈາກບັນດາປະເທດ ອາຊຽນ ແລະ ບັນດາປະເທດມະຫາອຳນາດໃນພາກພື້ນ.

 ກ່ອນໜ້ານັ້ນ, ໃນການພົບປະກັບ ຫົວໜ້າບັນດາຄະນະປະຕິບັດງານ ອາຊຽນ ເມື່ອວັນທີ 21 ຕຸລາ, ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ເວີ້ຍ ເຟີ້ງ ເຫີ  ຕີລາຄາການຊ້ອມຮົບຄັ້ງນີ້ວ່າ ເປັນຂີດໝາຍແຫ່ງບາດກ້າວສຳຄັນໃນປະຫວັດສາດການພົວພັນ ລະຫວ່າງ ອາຊຽນ - ຈີນ, ສະແດງອອກເຊິ່ງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຕັດສິນໃຈຂອງທັງສອງຝ່າຍ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ