ອາຊຽນ ໃຫ້ຄຳໝັ້ນສັນຍາຈະ ເພີ່ມທະວີການຮ່ວມມືກັບ ສປຊ

ອາຊຽນ ໃຫ້ຄຳໝັ້ນສັນຍາຈະ ເພີ່ມທະວີການຮ່ວມມືກັບ ສປຊ - ảnh 1

ທ່ານປະທານ​ສະມັດຊາ​ໃຫ່ຍ ສປຊ ຊຸດ​ທີ 67

(ພາບ:ອິນ​ເຕີ​ແນັດ)

(TTX)- ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ກັບ​ທ່ານ​ເລຂາທິການ​ໃຫ່ຍ ສປຊ ​ແລະ ປະທານ​ສະມັດຊາ​ໃຫ່ຍ ສປຊ ຊຸດ​ທີ 67 ຫາ​ກໍ່​ຈັດ​ຂຶ້ນ​ຢູ່​ນອກ​ກອງ​ປະຊຸມ​ຂອງ​ສະມັດຊາ​ໃຫ່ຍ ສປຊ ຢູ່​ນິວຢອກ ປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ຢືນຢັນ​ວ່າ: ອາ​ຊຽນ ​ແລະ ສປຊ ຈະ​ສືບ​ຕໍ່​​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ກອງ​ປະຊຸມ​ຄັ້ງນີ້ ພິຈາລະນາ​ການ​ປະຕິບັດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ອາ​ຊຽນ-ຈີນ ບົນ​ພື້ນຖານ​ບົດ​ລາຍ​ງານ​ລວມຂອງ​ຄະນະ​ເລຂາ​ອາ​ຊຽນ ​ແລະ ສປຊ; ປຶກສາ​ຫາລື​ກ່ຽວ​ກັບ​ການ​ກະກຽມ​ກໍ່​ຄື​ບັນດາ​ບັນຫາ​ຕົ້ນຕໍ​ໃຫ້​ແກ່​ກອງ​ປະຊຸ​ມສຸດ​ຍອດ​ອາ​ຊຽນ-ສປຊ ຄັ້ງທີ 5 ຊື່​ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່​ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ ​ໃນ​ວັນ​ທີ 20/11 ທີ່​ຈະ​ມາ​ເຖິງ; ຮຽກຮ້ອງ​ໃຫ້​ສອງ​ອົງການ​ຈົ່ງ​ເພີ່ມ​ທະວີ​ການ​ຮ່ວມ​ມືຄື​ດັ່ງ​ໄດ້​ວາງ​ອອກ​ໃນ​ຖະ​ແຫຼ​ງການ​ຮ່ວມ. ບັນດາ​ທ່ານ​ລັດຖະມົນຕີ​ອາຊຽນ ຢືນຢັນ​ວ່າ: ອາ​ຊຽນ ​ແມ່ນ​ພາກສ່ວນ​ໜຶ່ງທີ່ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ປະຊາ​ຄົມ​ໂລກ​ໄດ້ ສ່ວນທ່ານ​ເລຂາທິການ​ໃຫ່ຍ ສປຊ ​ແລະ ປະທານ​ສະມັດຊາ​ໃຫ່ຍ ສປຊ ຊຸດ​ທີ 67 ​ໄດ້​ຢືນຢັນ​ອີກ​ເທື່ອ​ໜື່ງວ່າ ສປຊ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ອາ​ຊຽນ ປະຕິບັດ​ບັນດາ​ຈຸດໝາຍທີ່​ໄດ້​ວາງ​ອອກ​​ໃຫ້ສຳ​ເລັດຜົນ.

ຂ່າວ/ບົດ​ອື່ນ