ອາຊຽນ+6 ສິ້ນສຸດ ຮອບເຈລະຈາຄັ້ງທຳອິດ ກ່ຽວກັບກຸ່ມການຄ້າເສລີ RCEP

ອາຊຽນ+6 ສິ້ນສຸດ ຮອບເຈລະຈາຄັ້ງທຳອິດ ກ່ຽວກັບກຸ່ມການຄ້າເສລີ RCEP - ảnh 1

(ພາບປະກອບ:baoquangnam.com.vn)

(vovworld)- ​ວັນ​ທີ 13/5,  ຢູ່ບຣູ​ໄນ, 10 ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ 6 ປະ​ເທດ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ, ລວມມີ: ຈີນ, ຍີ່ປຸ່ນ, ສ​ເກົ​າຫຼີ, ອົດ​ສະ​ຕາ​ລີ, ນິວຊີ​ແລນ ​ແລະ ອິນ​ເດຍ (ອາ​ຊຽນ+6) ​ໄດ້​ສິ້ນ​ສຸດ​ຮອບ​ເຈລະຈາ​ຄັ້ງທຳ​ອິດ​ກ່ຽວ​ກັບ​ການ​ສ້າງສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ຊື່​ງ​ແມ່ນ​ໜຶ່ງ​ໃນ​ບັນດາກຸ່ມ​ການ​ຄ້າ​ເສລີ​ໃຫ່ຍກ່ວາ​ໝູ່​ໃນ​ໂລກ, ພ້ອມ​ທັງ​ວາງ​ແຜນ​ໃຫ້​ຮອບ​ເຈລະຈາ​ຕໍ່​ໄປ. ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ-​ປາຊິ​ຟິກ ​ເຫຼົ່ານັ້ນ​ໄດ້​ຜັນ​ຂະ​ຫຍາຍບັນດາ​ກຸ່ມ​ປະຕິບັດ​ງານ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ສິນຄ້າ, ການ​ບໍລິການ ​ແລະ ການ​ລົງທຶນ ​ເພື່ອ​ແນ​ໃສ່​ລົບ​ລ້າງຮົ້ວກີດຂວາງ​ດ້ານ​ການ​ຄ້າ, ມຸ້ງ​ໄປ​ເຖິງ​ຈຸດໝາຍສ້າງ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ສ້າງ RCEP ສຳ​ເລັດ​ໃນ​ປີ 2015. ນອກຈາກ​ນັ້ນ​ແລ້ວ, ທຸກ​ຝ່າຍ​ເຂົ້າຮ່ວມ​ການ​ເຈລະຈາຄາດ​ວ່າຈະ​ສ້າງຕັ້ງບັນດາ​ກຸ່ມ​ປະຕິບັດ​ງານ​ໃນ​ຂົງ​ເຂດ​ອື່ນໆ​ຄື: ສິ່ງ​ແວດ​ລ້ອມ, ​ແຮງ​ງານ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ-​ເຕັກນິກ ​ແລະ ​ແກ້​ໄຂ​ການ​ພິພາດ​ກັນ….

ຂ່າວ/ບົດ​ອື່ນ