ອາຊີ ຈະປະກອບສ່ວນປະລິມານການຜະລິດ ກວ່າ 50% ເຂົ້າເສດຖະກິດທົ່ວໂລກ ນັບແຕ່ນີ້ຮອດປີ 2050

(VOVWORLD) -ການປະກອບສ່ວນຂອງອາຊີເຂົ້າໃນປະລິມານການຜະລິດຂອງເສດຖະກິດທົ່ວໂລກ ໄດ້ເພີ່ມຂຶ້ນແຕ່ 14% ໃນປີ 1988 ຂຶ້ນເຖິງກວ່າ 36% ໃນປັດຈຸບັນ.

        ບັນດາປະເທດ ອາຊີ ຄາດຄະເນວ່າ ຈະປະກອບສ່ວນປະລິມານການຜະລິດ55% ເຂົ້າເສດຖະກິດທົ່ວໂລກ ນັບແຕ່ນີ້ຮອດປີ 2050. ໃນຂະນະນັ້ນ, ບັນດາຕະຫຼາດຫຼັກຊັບ ແລະ ພັນທະບັດຂອງ ອາຊີ ພວມ “ເດີນຖືກທິດ”, ຄາດວ່າຈະກວມເອົາເກືອບ 30% ປະລິມານການຜະລິດທັງໝົດຂອງທົ່ວໂລກ ນັບແຕ່ນີ້ຮອດປີ 2030. ນີ້ແມ່ນຜົນສະຫຼຸບຈາກການຄົ້ນຄວ້າທີ່ມີຊື່ວ່າ “ອາຊີໃນວິວັດແຫ່ງການປ່ຽນແປງ” ໂດຍ ສະຖານບັນຄົ້ນຄວ້າເສດຖະກິດ Credit Suisse  ຂຶ້ນກັບທະນາຄານ Credit Suisse (ແບນຊິກ) ປະຕິບັດ ແລະ ໄດ້ປະກາດເມື່ອວັນທີ 12 /11.

        ກໍຕາມສະຖາບັນ Credit Suisse ແລ້ວ, ໃນໄລຍະ 30 ປີ ຜ່ານມາ, ໂດຍບໍ່ລວມຍີ່ປຸ່ນ, ອາຊີ ໄດ້ປະກອບສ່ວນ 19.000 ຕື້ USD ເຂົ້າໃນ GDP ທົ່ວໂລກ. ການປະກອບສ່ວນຂອງອາຊີເຂົ້າໃນປະລິມານການຜະລິດຂອງເສດຖະກິດທົ່ວໂລກ ໄດ້ເພີ່ມຂຶ້ນແຕ່ 14% ໃນປີ 1988 ຂຶ້ນເຖິງກວ່າ 36% ໃນປັດຈຸບັນ

        ເຖິງຢ່າງໃດກໍຕາມ, ເພື່ອມຸ່ງໄປເຖິງການພັດທະນາແບບຍືນຍົງ, ຕະຫຼາດ ອາຊີ ຕ້ອງປະເຊີນໜ້າກັບສິ່ງກີີດຂວາງຫຼາຍຢ່າງ, ໃນນັ້ນມີບັນດາບັນຫາກ່ຽວຂ້ອງເຖິງສະພາບການພົນລະເມືອງສູງອາຍຸເພີ່ມຂຶ້ນ, ຄວາມຫຍຸ້ງຍາກກ່ຽວກັບດ້ານສິນເຊື່ອ, ຄຸນນະພາບຂອງສິ່ງແວດລ້ອມຖືກເຊື່ອມໂຊມ ດ້ວຍບັນດານະໂຍບາຍທີ່ມີລັກສະນະລະມັດລະວັງ ແລະ ຕາມລັດທິຄວາມເປັນຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ