ອາທິດເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສ​າມັນເທື່ອທີ9,ສະພາແຫ່ງຊາດຫວຽດນາມຊຸດທີ13

ອາທິດເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສ​າມັນເທື່ອທີ9,ສະພາແຫ່ງຊາດຫວຽດນາມຊຸດທີ13 - ảnh 1
ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13 ​ເລີ່​ມຕົ້ນ​ອາທິດ​ເຮັດ​ວຽກ​ສຸດ​ທ້າຍ

(vovworld) ວັນ​ທີ 22/6, ກອງ​ປະຊຸມ​ສະ​ໄໝ​ສະມັນ​ເທື່ອ​ທີ 9 ,ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13 ​ເລີ່​ມຕົ້ນ​ອາທິດ​ເຮັດ​ວຽກ​ສຸດ​ທ້າຍ ກ່ຽວ​ກັບ​ການ​ລົງຄະ​ແນນ​ສຽງຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍການປະກາດ​ໃຊ້​ເອກະ​ສານນິຕິ​ກຳ, ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ, ​ເພີ່ມ​ເຕີມບາງ​ມາດຕາຂອງ​ປະມວນ​ກົດໝາຍວ່າ​ດ້ວຍ​ການ​​ເດີມ​ທະ​ເລ​ຫວຽດນາມ ​ແລະ ​ຮ່າງ​ກົດໝາຍວ່າ​ດ້ວຍ​ສະຖິຕິ (ສະບັບ​ປັບປຸງ). ​ໃນ​ອາທິດ​ເຮັດ​ວຽກ​ນີ້, ສະພາ​ແຫ່ງ​ຊາດຫວຽດນາມ ຈະ​ຮັບຮອງ​ເອົາບາງປະມວນ​ກົດໝາຍຄື: ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ​ທະ​ເລ ​ແລະ ໝູ່​ເກາະ; ກົດໝາຍ​ວ່າ​ດ້ວຍງົບປະມານ​ແຫ່ງ​ລັດ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍ​ຄວາມປອດ​ໄພ, ຫຼັກອະນາ​ໄມ​​ໃນ​ການ​ອອກແຮງ​ງານ; ກົດໝາຍ​ວ່າ​ດ້ວຍ​ການເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ. ສະພາ​ແຫ່ງ​ຊາດ​ກໍ່ລົງຄະ​ແນນ​ສຽງ​ຮັບຮອງ​ເອົາ​ມະຕິ​​ກ່ຽວ​ກັບ​​ແຜນນະ​ໂຍບາຍ​ກໍ່​ສ້າງ​ໂຄງການທ່າ​ອາກາດ​ສະ​ຍານ​ສາກົນ ລອງ​ແທ່ງ; ມະຕິ​ກ່ຽວ​ກັບ​ການ​ຕິດຕາມ​ກວດກາ​ຫົວ​​ເລື່ອ​ງ ​ແລະ ມະຕິ​ກ່ຽວ​ກັບ​ການ​ຊັກຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ. ຕາມ​ລາຍການ, ວັນ​ທີ​ 26/6, ສະພາ​ແຫ່ງ​ຊາດ​ຈະ​ດຳ​ເນີນ​ວາລະ​ອັດກອງ​ປະຊຸມ​ສະ​ໄໝ​ສະມັນ​​ເທື່ອ​ທີ 9./.

ຂ່າວ/ບົດ​ອື່ນ