![ອາບການີສະຖານມອບຈົດໝາຍ ທາງການຄັດຄ້ານປາກີສະຖານ ພາຍຫຼັງເຫດການຍິງກັນ ຢູ່ເຂດຊາຍແດນ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_05_07/aphgha.jpg)
(ພາບ: vietnamplus.vn)
(vovworld)-ວັນທີ 6/5 ອາບການີສະຖານ ໄດ້ຮຽກຕົວອຸປະທູດຊົ່ວຄາວປາກີສະຖານ Shah Nazar Afridi ມາເພື່ອມອບຈົດໝາຍທາງການຄັດຄ້ານ “ການບຸກໂຈມຕີໄຮ້ເຫດຜົນ“ ແນ່ໃສ່ກອງກຳລັງຂອງປະເທດນີ້ຢູ່ລຽບຕາມເຂດຊາຍແດນສອງປະເທດເມື່ອຕອນເຊົ້າຂອງວັນດຽວກັນ. ນີ້ແມ່ນການປະທະກັນຄັ້ງທີ 2 ລະຫວ່າງທະຫານປາກີສະຖານ ແລະ ອາບການນີສະຖານ ພາຍໃນເວລາພຽງ 1 ອາທິດຜ່ານມາ. ວົງການເຈົ້າໜ້າທີ່ອາບການນີສະຖານ ໃຫ້ຮູ້ວ່າ: ການປະທະກັນໄດ້ເກີດຂຶ້ນພາຍຫຼັງທີ່ທະຫານປາກີສະຖານ ຊອກຫາວິທີບູລະນະດ່ານແຫ່ງໜຶ່ງທີ່ຖືກທຳລາຍໃນການປະທະກັນເມື່ອວັນທີ 1/5 ທີ່ຜ່ານມາ ໃນເຂດຊາຍແດນຢູ່ເມືອງ Goshta ຂອງອາບການນີສະຖານ. ຝ່າຍກາບຸນ ຖືວ່າກິດຈະກຳດັ່ງກ່າວນອນໃນເຂດດິນແດນປະເທດນີ້. ແຕ່ເຖິງແນວນັ້ນກໍ່ຕາມ, ຝ່າຍປາກີສະຖານຖືວ່າ, ບັນດານັກຮົບອາບການນີສະຖານ ໄດ້ຍິງປືນກ່ອນ ແລະ ທະຫານປະເທດນີ້ ໄດ້ມີການກະທຳໂຕ້ຕອບຄືນ.