ອາເມລິກາກ່າວປະນາມເຫດບຸກໂຈມຕີຢູ່ນະຄອນຫລວງແບກແດດ,ປະເທດອີຣັກ

ອາເມລິກາກ່າວປະນາມເຫດບຸກໂຈມຕີຢູ່ນະຄອນຫລວງແບກແດດ,ປະເທດອີຣັກ  - ảnh 1
ເຫດ​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ທີ່ນອງ​ເລືອດ​ຢູ່​ອີ​ຣັກ
ພາບ:Reuters

(vovworld)- ​ ​ ​ວັນ​ທີ 3/7, ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ສົ່ງ​ຄວາມເສົ້າ​ສະ​ຫລົດ​ໃຈ​ມາ​ຍັງ​ບັນ​ດາ​ຄອບ​ຄົວ​ຜູ້​ຖືກ​ເຄາະ​ຮ້າຍ​ໃນ​ເຫດ​ວາງ​ລະ​ເບີດ 2 ຄັ້ງ​ຢູ່ ນະ​ຄອນ​ຫລວງ ແບກ​ແດດ ຂອງ​ອີ​ຣັກ​ໃນ​ຕອນ​ເຊົ້າ​ວັນ​ທີ 3/7 ພ້ອມ​ທັງ​ກ່າວ​ປະ​ນາມ​ບັນ​ດາ​ການ​ກະ​ທຳ​ໃຊ້​ຄວາມ​ຮຸ​ນ​ແຮງນີ້.ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kirby ໃຫ້​ຮູ້​ວ່າ: ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ພວມ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ວົງ​ການ​ເຈົ້າ​ຫນ້າ​ທີ່ ອີ​ຣັກ ແລະ ສືບ​ຕໍ່ໃຫ້​ຄຳ​ໝັ້ນ​ສັນ​ຍາຫນູນ​ຊ່ວຍບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ເທດນີ້. ກ່ອນ​ຫນ້ານັ້ນ ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ຢູ່ Karrada Dakhil ທາງ​ພາກ​ໃຕ້ ແບກ​ແດດ ເຮັດ​ໃຫ້​ຫລາຍສີບ​ໆ​ຄົນ​ຖືກ​ເສຍ​ຊີ​ວິດ ແລະ ບາດ​ເຈັບ. ສ່ວນ​ເຫດ​ວາງ​ລ​ະ​ເບີດ​ທີ​ສອງ​ແມ່ນ​ເກິດ​ຂຶ້ນ​ຢູ່​ບໍ​ລິ​ເວນ​ຕະ​ຫລາດ Shallad ທາງ​ທິດ​ຕາ​ເວັນ​ອອກ ແບກ​ແດດ. ຕາມ​ແຫລ່ງ​ຂ່າວ​ລ້າ​ສຸດ​ຈາກ​ເຈົ້າ​ຫນ້າ​ທີ່ ອີ​ຣັກ, ມີ​ປະ​ມານ 120 ຄົນ​ຖືກ​ເສຍ​ຊີ​ວິດ ແລະ 200 ຄົນ​ຖືກ​ບາດ​ເຈັບ​ໃນ​ເຫດ​ບຸກ​ໂຈມ​ຕີ 2 ຄັ້ງ​ດັ່ງ​ກ່າວ. ອົງ​ການ IS ປະ​ກາດ ໄດ້ປະ​ຕິ​ບັດ​ເຫດ​ວາງ​ລະ​ເບີດ​ຢູ່ Karrada Dakhil ເລັ່ງ​ໃສ່ ຊາວ​ອິດ​ສະ​ລາມ ນິ​ກາຍຊີ​ອາ, ໃນ​ຂະ​ນະ​ບໍ່​ທັນ​ມີ​ອົງ​ການ​ໃດ​ຮັບ​ຜິດ​ຊອບ​ດຳ​ເນີນ​ການ​ວາງ​ລະ​ເບີດ​ຢູ່ ຕະ​ຫລາດ Shallal.

 

ຕອບກັບ

ຂ່າວ/ບົດ​ອື່ນ