ອາເມລິກາກ່າວເຕືອນກ່ຽວກັບການໄປ-ມາໃນຂອບເຂດທົ່ວໂລກ

ອາເມລິກາກ່າວເຕືອນກ່ຽວກັບການໄປ-ມາໃນຂອບເຂດທົ່ວໂລກ - ảnh 1
ຄວາມ​ສະ​ຫງົບ​ໄດ້​ຮັບ​ການ​ຮັດ​ແໜ້ນຢູ່ຫຼາຍ​ນະ​ຄອນ​ຂອງ ເອີ​ລົບ
(ພາບ: dantri.com.vn)

(vovworld) - ​​ວັນ​ທີ 9/1, ອາ​ເມ​ລິ​ກາ ໄດ້​ກ່າວ​ເຕືອນ​ກ່ຽວ​ກັບ​ການໄປ - ມາ ໃນ​ຂອບ​​ເຂດ​ທົ່ວ​ໂລກ​ພາຍຫຼັງ​ເກີດ​ເຫດ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢ່າງ​ລຽນ​ຕິດ​ຢູ່ ຝ​ຣັ່ງ, ອົດ​ສະ​ຕາ​ລີ ແລະ ກາ​ນາ​ດາ. ຕາມ​ຄຳ​ກ່າວ​ເຕືອນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ​ແລ້ວ, ບັນ​ດາ​ເຫດ​ການ​ບຸກ​ໂຈມ​ຕີ​ເພື່ອ​ແນ​ໃສ່​ຊາວ ອາ​ເມ​ລິ​ກາ ນັບ​ມື້​ນັບຫຼາຍ. ອົງ​ການນີ້ກໍ່​ໄດ້​ຍົກ​ອອກ​ກ່ຽວ​ກັບໄພ​ໂຕ້​ຕອບ​ແນ​ໃສ່​ບັນ​ດາ​ເປົ້າ​ໝາຍ​ຂອງ ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກທີ່​ນັບ​ມື້​ນັບຫຼາຍ ຍ້ອນ​ວ່າ ອາ​ເມ​ລິ​ກາ ໄດ້​ບັນ​ຊາ​​ສ​ຳ​ພັນ​ທະ​ມິດ​ສາ​ກົນ​ຕ້ານ​ກຳ​ລັງ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ​ຢູ່ ຊີ​ຣີ ແລະ ອີ​ຣັກ. ຄຳ​ກ່າວ​ເຕືອນ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ຕຳຫຼວດ ຝ​ຣັ່ງ ດັບ​ສູນ​ພວກກໍ່​ການ​ຮ້າຍ​ 3 ຄົນ​ທີ່ຈັບ​ຕົວ​ປະ​ກັນໃນ 2 ເຫດ​ການ​ຕ່າງ​ຫາກ​ເກີດ​ຂຶ້ນ​ຢູ່ ປາ​ຣີ ພຽງ 2, 3 ຊົ່ວ​ໂມງ. ນອ​ກ​ຈາ​ກນັ້ນ, ຄຳ​ກ່າວ​ເຕືອນ​ດັ່ງ​ກ່າວກໍ່​ເຕື້ອງ​ເຖິງເຫດ​ການ​ຈັບ​ຕົວ​ປ​ະ​ກັນ​ຢູ່​ຮ້າຍ ກາ​ເຟ​ແຫ່ງ​ໜຶ່ງ​ຢູ່ Sydney, ປະ​ເທດ ອົດ​ສະ​ຕາ​ລີ​ເມື່ອ​ເດືອນ 12 ແລະ ເຫ​ດ​ການ​ເຂັ່ນ​ຂ້າ​ທະ​ຫານ​ຄົນ​ໜຶ່ງ​ຢູ່​ໃກ້​ກັບ​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ ກາ​ນາ​ດາ ເມື່ອ​ເດືອນ 10/2014. ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຮຽກ​ຮ້ອງ​ໃຫ​້ ພົນ​ລະ​ເມືອງ ປະ​ເທດນີ້​ຢູ່​ຕ່າງ​ປະ​ເທດ “ມີ​ສະ​ຕິ​ລະ​ວັງຕົວ​ ແລະ ເພີ່ມ​ທະ​ວີ​ຄວາມ​ຮັບ​ຮ​ູ້​ກ່​ຽວ​ກັບຄວາມ​​ສະ​ຫງົບ​ປອດ​ໄພ” ຕໍ່​ໜ້າ​ສະ​ພາບ​ການ​​ເກີດເຫດການ​ບຸກ​ໂຈມ​ຕີ​ຂອງ​ບັນ​ດາ​ພາກ​ສ່ວນ​ອິດ​ສະ​ລາມ ຫົວ​ຮຸນ​ແຮງ​​ຢ່າງ​ລຽນ​ຕິດ.


ຂ່າວ/ບົດ​ອື່ນ