ອາເມລິກາ,ຈີນສ້າງຕັ້ງກົນໄກເຈລະຈາດ້ານການທະຫານ

ອາເມລິກາ,ຈີນສ້າງຕັ້ງກົນໄກເຈລະຈາດ້ານການທະຫານ - ảnh 1
(ພາບປະກອບ: reuters)

​(vovworld) - ​ໃນ​ບາດກ້າວ​ເດີນ​​ເຊິ່ງ 2 ຝ່າຍຖື​ວ່າ​ແມ່ນ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ຫຼຸດຜ່ອນ​ການ​ເກີດ​ບັນດາ​ການ​ປະ​ທະ​ກັນ​ຍ້ອນ​ເຂົ້າ​ໃຈ​ຜິດ, ວັນ​ທີ 13/06, ວົງ​ການ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ແລະ ຈີນ ​ໄດ້​ລົງ​ນາມ​​ໃນຂໍ້​ຕົກລົງ​​ໃໝ່, ຕາມ​ນັ້ນ​ແລ້ວ, ​ໄດ້ສ້າງ​ຕັ້ງກົນ​ໄກ​ເຈລະຈາປະຈຳ​ໄລ​ຍະ​ລະຫວ່າງ​ກອງທັບ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ​ເສນາ​ທິການ​​ໃຫຍ່​ທະຫານ​ບົກ​ອາ​ເມ​ລິ​ກາ, ນາຍ​ພົນ Raymond Odierno, ​ໃຫ້​ຮູ້​ວ່າ, ດ້ວຍ​ຂໍ້​ຕົກລົງ​ທີ່​ຫາ​ກໍ່​ລົງ​ນາມ, ການ​ພົວພັນ​ລະຫວ່າງ​ກອງທັບ​ອາ​ເມ​ລິ​ກາ ​ແລະ ກອງທັບ​ຈີນ ປະຈຸ​ບັນພວມ​ກ້າວ​ເດີ​ນໄປ​ຖືກ​ທິດ. ​ເລື່ອງ​ສ້າງ​ຕັ້ງ​ກົນ​ໄກ​ເຈລະຈາ​ປະຈຳ​ໄລຍະ​ລະຫວ່າງ​ກອງທັບ 2 ປະ​ເທດ ​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ຄວາມ​ມານະ​ພະຍາຍາມ​ລວມຂອງ 2 ຝ່າຍທີ່​ຢາກ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເພີ່ມ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ໃນ​ສະພາບ​ພາກ​ພື້ນ​ພວມ​ມີ​ບັນດາ​ການ​ຜັນ​ແປ​ທີ່​ນັບ​ມື້​ນັບ​ເຄັ່ງ​ຕຶງ​ຂຶ້ນ.

ຂ່າວ/ບົດ​ອື່ນ