ອາເມລິກາ-ຍີ່ປຸ່ນ-ສ.ເກົາຫລີຮຽກຮ້ອງລົງໂທດສປປ.ເກົາຫລີຢ່າງແຮງພາຍຫລັງເຫດທົດລອງນິວເຄຼຍ

ອາເມລິກາ-ຍີ່ປຸ່ນ-ສ.ເກົາຫລີຮຽກຮ້ອງລົງໂທດສປປ.ເກົາຫລີຢ່າງແຮງພາຍຫລັງເຫດທົດລອງນິວເຄຼຍ - ảnh 1
ການເຈລະຈາລະຫວ່າງ ອາເມລິກາ - ຍີ່ປຸ່ນ - ສ. ເກົາຫລີ ໃນວັນທີ
13/1
(ພາບ: AFP/TTXVN)

(vovworld) –  ທີ່​ການ​ເຈລະຈາ 3 ຝ່າຍ ອາ​ເມ​ລິ​ກາ ​- ຍີ່ປຸ່ນ - ສ. ​ເກົາຫລີ ​ໄດ້​ຈັດ​ຕັ້ງ​ຢູ່ ​ເຊີ​ອູນ​ ໃນ​ຕອນ​ຄຳ່​ວັນ​ທີ 13/1, ທັງ 3 ປະ​ເທດ​ຮຽກຮ້​ອງຕ້ອງ​ມີ​ບັນດາ​ມາດ​ຕະການ​ຢ່າງ​ແຮງ​ກ່ວາ​ອີກເພື່ອ​ຮັບ​ມື​ກັບ ສປປ.​ເກົາຫລີ, ພ້ອມ​ທັງ​ຖະ​ແຫລ​ງວ່າຈະ​ສຸມ​​ບັນດາ​ຄວາມ​ມານ​ະພະຍາຍາມ​ທາງ​ການ​ທູດ​ເຂົ້າ​​ໃນ​ການ​ລົງ​ໂທດ​ພຽງ​ຢາງ ​ໂດຍຜ່ານ​ສະພາ​ຄວາມ​ໝັ້ນຄົງ ສປຊ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທູດ​ພິ​ເສດ​ຂອງ ສ. ​ເກົາຫລີ ທ່ານ Hwang Joon – kook ​ໃຫ້ຮູ້ວ່າ: 3 ປະ​ເທດ​ເຫັນ​ດີ​ເປັນ​ເອກະ​ພາບນຳ​ກັນ​ວ່າ: ສປປ ​ເກົາຫລີ ຕ້ອງ “ທົດ​ແທນ” ​ໃຫ້​ແກ່​ການ​ກະທຳ​ທົດ​ລອງ​ນິວ​ເຄຼຍ, ບໍ່​ເຄົາລົບ​ບັນດາ​ຄຳ​ກ່າວ​ເຕືອນ​ຂອງ​ປະຊາ​ຄົມ​ສາກົນ. ທູດ​ພິ​ເສດ​ຂອງ​ ຍີ່ປຸ່ນ ທ່ານ Kimihiro Ishikane ກໍສະ​ແດງ​ຄວາມ​ຫວັງ​ວ່າ: 3 ຝ່າຍ​ຈະ​ຍົກ​ອອກ​​ສານ “ຢ່າງ​ແຮ​ງ ​ແລະ ຈະ​​ແຈ້ງ” ​ເພື່ອ​ຢັ້ງຢືນ​ເລື່ອງ ສປປ ​ເກົາຫລີ ພັດທະນາ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ​ແມ່ນ “ບໍ່​ສາມາດ​ຮັບ​ຮູ້​ໄດ​້”. ຄາ​ດວ່າ, 3 ປະ​ເທດ ສ. ​ເກົາຫລີ - ອາ​ເມ​ລິ​ກາ - ຍີ່ປຸ່ນ ຈະ​ຈັດ​ຕັ້ງ​ການ​ເຈລະຈາ​ຂັ້ນ​ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຢູ່​ໂຕ​ກຽວ ​ໃນ​ວັນ​ທີ 16/1 ຈະ​ມາ​ເຖິງ ​ແລະ ບັນຫາ ສປປ ​ເກົາຫລີ ຈະ​​ແມ່ນ​ບຸລິມະສິດ​​ແຖວ​ໜ້າ​ໃນ​​ໂຄງການ​ດຳ​ເນີນ​ງານ​ຄັ້ງ​ນີ້.


ຂ່າວ/ບົດ​ອື່ນ