ອາເມລິກາ,ສິງກະໂປຢັ້ງຢືນການພົວພັນຄູ່ຮ່ວມມືຕໍ່ໜ້າການທ້າທາຍດ້ານປ້ອງກັນຄວາມສະຫງົບໃນການເດີນເຮືອ ວັນສຸກ ທີ 10 ມິຖຸນາ ຄ.ສ. 2016 | 15:35:23 ທ່ານ Vivian Balakrishnan ແລະ ທ່ານນາງ Susan Rice (ພາບ: whitehouse.gov) (vovworld) – ວັນທີ 9/6, ວົງການເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ: ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ທ່ານນາງ Susan Rice ໄດ້ໃຫ້ການຕ້ອນຮັບທ່ານ Vivian Balakrishnan, ລັດຖະມົນຕີການຕ່າງປະເທດ ສິງກະໂປ ຢູ່ທຳນຽບຂາວເພື່ອປຶກສາຫາລືກ່ຽວກັບການພົວພັນຄູ່ຮ່ວມມືລະຫວ່າງ 2 ປະເທດໃນການຮັບມືກັບບັນດາສິ່ງທ້າທາຍໃນພາກພື້ນ ແລະ ຢູ່ໃນໂລກ, ໃນນັ້ນມີການທ້າທາຍດ້ານປ້ອງກັນຄວາມສະຫງົບຢູ່ທະເລຕາເວັນອອກ. ທີ່ການພົບປະ, ທ່ານນາງ Susan Rice ແລະ ທ່ານ Balakrishnan ໄດ້ປຶກສາຫາລືກ່ຽວກັບບັນດາການທ້າທາຍຄື: ຄວາມສະຫງົບໃນການເດີນເຮືອຢູ່ທະເລຕາເວັນອອກ, ການປະເຊີນໜ້າກັບໄພນາບຂູ່ຂອງລັດທິກໍ່ການຮ້າຍ ແລະ ຊຸກຍູ້ຄວາມວັດທະນາຖາວອນຜ່ານການເພີ່ມທະວີການພົວພັນດ້ານການຄ້າ. ທ່ານນາງ Rice ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຢ່າງແຮງຂອງ ອາເມລິກາ ທີ່ສືບຕໍ່ສວມບົດບາດອັນຍາວນານຢູ່ພາກພື້ນ ອາຊີ - ປາຊີຟິກ ດ້ວຍການເພີ່ມທະວີການພົວພັນລະຫວ່າງ ວໍຊິງຕັນ ກັບບັນດາຄູ່ຮ່ວມມືຫຼັກແຫຼ່ງຄືສິງກະໂປ ແລະ ອາຊຽນ ຜ່ານຍຸດທະສາດຂອງອຳນາດການປົກຄອງຂອງທ່ານ Barack Obama ເພື່ອສ້າງຄວາມດຸ່ນດຽງຄືນໃໝ່ຢູ່ພາກພື້ນນີ້. ເຈົ້າໜ້າທີ່ 2 ທ່ານກໍ່ແລກປ່ຽນກ່ຽວກັບຜົນປະໂຫຍດດ້ານເສດຖະກິດ ແລະ ຍຸດທະສາດຂອງສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP). 2 ຝ່າຍຢັ້ງຢືນຄືນໃໝ່ບັນດາຜົນປະໂຫຍດຍືນຍົງຂອງການພົວພັນທາງດ້ວຍການທູດ ອາເມລິກາ - ສິງກະໂປໃນ 50 ປີຜ່ານມາ, ພ້ອມທັງຮັບຮູ້ວ່າ: ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ຈະມີການຢ້ຽມຢາມທຳນຽບຂາວຢ່າງເປັນທາງການໃນວັນທີ 2/8 ຈະມາເຖິງ. ສົນໃຈຫຼາຍສຸດ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ: ບັນດາຄວາມຊົງຈຳທີ່ດີງາມກ່ຽວກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ Tag vovworld Susan Rice ຂ່າວ/ບົດອື່ນ ສະພາບການເລືອກຕັ້ງປະທານາທິບໍດີ ອາເມລິກາ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສົ່ງວີດີໂອເຖິງກອງປະຊຸມສຸດຍອດສາກົນກ່ຽວກັບກິລາ ແລະ ການພັດທະນາແບບຍືນຍົງ ຫວຽດນາມ ຈະສືບຕໍ່ປະຕິບັດແນວທາງການຕ່າງປະເທດເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ວາງອອກ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ມາເລເຊຍ
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ: ບັນດາຄວາມຊົງຈຳທີ່ດີງາມກ່ຽວກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
ພິທີວາງພວງມາລາ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຈັດຂຶ້ນຢ່າງສົມກຽດຕາມພິທີລະດັບຊາດ
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ: ບັນດາຄວາມຊົງຈຳທີ່ດີງາມກ່ຽວກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ: ບັນດາຄວາມຊົງຈຳທີ່ດີງາມກ່ຽວກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ