ອາເມລິກາສົ່ງເສີມຈີນແລະຟີລີບປິນເຈລະຈາກ່ຽວກັບການຂັດແຍ້ງກັນຢູ່ທະເລຕາເວັນອອກ

ອາເມລິກາສົ່ງເສີມຈີນແລະຟີລີບປິນເຈລະຈາກ່ຽວກັບການຂັດແຍ້ງກັນຢູ່ທະເລຕາເວັນອອກ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ​
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ​ ​​ ຕອນ​ບ່າຍ​ວັນ​ທີ 26/07 ຢູ່​ຫໍ​ປະຊຸມ​​ແຫ່ງ​ຊາດ ລາວ, ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ມີ​ການ​ປະຊຸມ​ຂ່າວ​ຢູ່ນອກ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ແລະ ບັນດາ​ກອງ​ປະຊຸມ​ປີ່ນອ້ອມ. ກ່າວ​ຄຳ​ເຫັນ​ຕໍ່​ວົງການ​ນັກ​ຂ່າວ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ​ໃຫ້​ຮູ້​ວ່າ: ທ່ານ​ຈະ​ສົ່ງ​ເສີມ ຈີນ ​ແລະ ຟີ​ລີບປິນ ​ເຂົ້າ​ຮ່ວມ​ການ​ເຈລະຈາ ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພາຍຫລັງ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ ສ້າງ​ຕັ້ງ​ຂຶ້ນຕາມ​ເອກະສານ​ຊ້ອນ​ທ້າຍ​ທີ 7 ​ໃນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ (UNCLOS) 1982. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ແຈ້ງວ່າ: ທ່ານ​ຈະ​​ໄປ​ເຖິງ ຟີ​ລີບ​ປິນ​ໃນ​ຕອນ​ບ່າຍ​ວັນ​ທີ 26/07 ​ແລະ ຈະ​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ຟີ​ລີບ​ປິນ Rodrigo Duterte ​ໃນ​ວັນ​ທີ 27/07, ​ໃນ​ນັ້ນ ຈະ​ກະຕຸກ​ຊຸກຍູ້​ທ່ານ​ປະທານາທິບໍດີ ຟີ​ລີບ​ປິນ ​ເຂົ້າ​ຮ່ວມ​ການ​ເຈລະຈາ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຢືນຢັນ​ອີກ​ຄັ້ງ​ໜຶ່ງ​ວ່າ ວໍ​ສິງ​ຕັນ ຈະ​ສະໜັບສະໜູນ​ກົດໝາຍ​ສາກົນ.

 

ຂ່າວ/ບົດ​ອື່ນ