ອາ​ເມ​ລິ​ກາ​ສືບ​ຕໍ່​ຈຳ​ກັດ​ຜູ້​ເຂົ້າ​ຕັ້​ງ​ຖິ່ນ​ຖານ ແລະ ແຮງ​ງານຕ່າງ​ປະ​ເທດເຖິງໝົດ​ປີ 2020

(VOVWORLD) -ວັນທີ 22 ມິຖຸນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາໄດ້ປະກາດໃຊ້ລັດຖະດຳລັດຫ້າມຜູ້ອອກແຮງງານຕ່າງປະເທດ ແລະ ຢຸດຕິການອອກວີຊາເຂົ້າເມືອງຕັ້ງຖິ່ນຖານເຖິງໝົດປີ 2020. 
ອາ​ເມ​ລິ​ກາ​ສືບ​ຕໍ່​ຈຳ​ກັດ​ຜູ້​ເຂົ້າ​ຕັ້​ງ​ຖິ່ນ​ຖານ ແລະ ແຮງ​ງານຕ່າງ​ປະ​ເທດເຖິງໝົດ​ປີ 2020 - ảnh 1

ຜູ້ເຂົ້າເມືອງຕັ້ງຖິ່ນຖານຈັດເປັນແຖວຢູ່ນອກຫ້ອງການທີ່ປຶກສາກ່ຽວກັບສິດເຂົ້າເມືອງຕັ້ງຖິ່ນຖານແຫ່ງໜຶ່ງຢູ່ອາເມລິກາ (ພາບ: AFP/TTXVN)

ວົງການເຈົ້າໜ້າທີ່ໃນອຳນາດການປົກຄອງຂອງ ທ່ານ ປະທານາທິບໍດີDonald Trump ຖືວ່າການຕັດສິນດັ່ງກ່າວ ແນໃສ່ປົກປ້ອງ ແຮງງານອາເມລິກາໃນສະພາບການຊາວອາເມລິກາຫຼາຍຄົນບໍ່ມີວຽກເຮັດງານທຳຍ້ອນໂລກລະບາດ Covid – 19. ການຕັດສິນດັ່ງກ່າວອາດຈະສ້າງຜົນກະທົບເຖິງຜູ້ອອກແຮງງານຕ່າງປະເທດນັບຫຼາຍລ້ານຄົນ ຢູ່ອາເມລິກາ.

ຕາມລັດຖະດຳລັດນີ້ແລ້ວ, ແມ່ນຈະຢຸດຊົ່ວຄາວການອອກວີຊາເຮັດວຽກໃຫ້ແກ່ຜູ້ອອກແຮງງານຕ່າງປະເທດ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີ, ບໍລິການບົວລະບັດສວນ, ທິວທັດ ແລະ ເຄື່ອງປ່າຂອງດົງ ແຕ່ວ່າບໍ່ຈັດວາງໃຫ້ແກ່ຜູ້ອອກແຮງງານຕ່າງປະເທດ 20.000 ຄົນໃນຂົງເຂດດູແລເດັກນ້ອຍ. ລັດຖະບານອາເມລິກາກໍ່ໃຫ້ຮູ້ວ່າ ຈະປະກາດໃຊ້ບັນດາຂໍ້ກຳນົດໃໝ່ເຊິ່ງປະຕິເສດການອະນຸຍາດໃຫ້ບັນດາຜູ້ຄົນທີ່ພວມລໍຖ້າໄດ້ຮັບການລີ້ໄພຢູ່ອາເມລິກາມີວຽກເຮັດງານທຳ ຍ້ອນວ່າ ໂຄງການມະນຸດສະທຳນີ້ພວມຖືກສວຍໃຊ້ດ້ວຍບັນດາຜູ້ອົບພະຍົບເພື່ອຈຸດປະສົງທາງດ້ານເສດຖະກິດ.

ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ