ອາ​ເມ​ລິ​ກາສືບ​ຕໍ່​​ສົ່ງ​ວັດ​ຖຸດິບ​ ຜະ​ລິດ​​ຊຸດ​ເຄື່ອງ​ນຸ່ງ​ປ້ອງ​ກັນ​ການ​ແພດ​ຢູ່ ຫວຽດ​ນາມ

(VOVWORLD) - ຕາມແຈ້ງການທາງສື່ມວນຊົນໃນວັນທີ 8 ເມສາ ຂອງກະຊວງສາທາລະນະສຸກ ແລະ ບັນດາການບໍລິການເພື່ອຊີວິດຂອງມະນຸດ ປະເທດອາເມລິກາໃຫ້ຮູ້ວ່າ ທາງກະຊວງບັນລຸໄດ້ຂໍ້ຕົກລົງກັບບໍລິສັດDupontເພື່ອແນໃສ່ຜັນຂະຫຍາຍການຂົນສົ່ງບັນດາອຸປະກອນ,ເຄື່ອງນຸ່ງປ້ອງກັນການແພດທີ່ຈຳເປັນໃຫ້ແກ່ພະນັກງານການແພດຢູ່ແນວໜ້າຮັບມືກັບໂລກລະບາດ Covid– 19. 
ອາ​ເມ​ລິ​ກາສືບ​ຕໍ່​​ສົ່ງ​ວັດ​ຖຸດິບ​ ຜະ​ລິດ​​ຊຸດ​ເຄື່ອງ​ນຸ່ງ​ປ້ອງ​ກັນ​ການ​ແພດ​ຢູ່ ຫວຽດ​ນາມ - ảnh 1ຊຸດເຄື່ອງນຸ່ງປ້ອງກັນໄດ້ສົ່ງແຕ່ຫວຽດນາມ ໄປຍັງ ອາເມລິກາ (ພາບ: AP) 

ບໍລິສັດ Dupont ໄດ້ສົ່ງຊຸດເຄື່ອງນຸ່ງປ້ອງກັນ TYVEK ຈຳນວນ450.000 ຊຸດ ຈາກຮາກຖານຜະລິດຂອງຕົນຢູ່ຫວຽດນາມ ໄປຍັງ ອາເມລິກາ. ທ່ານ ປະທານາທິບໍດີ Donald Trump ໄດ້ປະກາດຂ່າວ ດັ່ງກ່າວໃນສື່ສັງຄົມອອນລາຍໃນວັນທີ 8 ເມສາ.

ຜ່ານຂໍ້ຕົກລົງວ່າດ້ວຍການຂົນສົ່ງທີ່ທາງລັດຖະບານພວມປະກາດໃຊ້ໃນປະຈຸບັນ, ບໍລິສັດ FedEx ຈະຂົນສົ່ງບັນດາງວດສິນຄ້ານີ້ ແຕ່ຫວຽດນາມ ໄປຍັງຄັງສະສົມຍຸດທະສາດແຫ່ງຊາດຂອງອາເມລິກາ ແລະ ຈາກນັ້ນ ຈະແຈກຢາຍໃຫ້ບັນດາຮາກຖານດູແລສຸຂະພາບ ແລະ ພະນັກງານການແພດ.

ຕອບກັບ

ຂ່າວ/ບົດ​ອື່ນ