ອາເມລິກາຫນູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກລູກລະເບີດຢູ່ຫວຽດນາມ

ອາເມລິກາຫນູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກລູກລະເບີດຢູ່ຫວຽດນາມ - ảnh 1
ພາບປະກອບ:internet


(vovworld)-ລັດຖະບານ​ ອາເມລິກາ ​ຫາ​ກໍ່​ສະຫນອງ​ 524.000 USD ​ເພື່ອ​ຫນູ​ນຊ່ວຍ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ຢູ່​ຫວຽດນາມ ຜ່ານ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ Clear Path Internationa. ຜູ້ຕາງຫນ້າ​ອົງການ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ: ອົງການ​ນີ້​ໄດ້​ຮັບ​ບ້ວງ​ເງິນ​ຊ່ວຍ​ເຫລືອ​ຫລ້າ 524.000 USD ຈາກ​ກະຊວງການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ເພື່ອ​ສືບ​ຕໍ່​ເປີດ​ກວ້າງ​ໂຄງການ​ຊ່ວຍ​ເຫລືອ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ທີ່​ຍັງ​ຕົກຄ​​້າງຈາກ​ສົງຄາມ​ຢູ່​ຫວຽດນາມ. ທ່ານ Jay Sklar ຜູ້ອຳນວຍການ​ໂຄງການ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຂຶ້ນ​ກັບ​ອົງການ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ບ້ວງ​ເງິນ​ດັ່ງກ່າວ​ຈະ​ໄດ້​ນຳ​ໃຊ້​ເພື່ອ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ປະຈຸ​ບັນ​ຂອງ​ອົງການ. ​ເມື່ອ​ເກີດ​ອຸບັດ​ຕິ​ເຫດ, ພວກ​ຂ້າພະ​ເຈົ້າ​ຈະ​ຫນູນ​ຊ່ວຍ​ຈຳນວນ​ເງິນ​ເພື່ອ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ປິ່ນປົວ ພ້ອມ​ທັງ​ສະຫນອງ​ບັນດາ​ບໍລິການ​ລ້ຽງສັດ,ປູກ​ຕົ້ນ​ໄມ້ ຫລື​ອຸປະກອນ​ກະສິກຳ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ປັບປຸງ​ຊີວິດ​ການ​ເປັນ​ຢູ່. ນອກ​ນັ້ນ​ຍັງ​ປະຕິບັດ​ໂຄງການ​ສຶກສາ​ຊ່ວຍຊາວ​ທ້ອງ​ຖິ່ນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາ​ອັນຕະລາຍ​ຂອງ​ລູກ​ລະ​ເບີດ.

ຂ່າວ/ບົດ​ອື່ນ