ອາເມລິກາຮຽກຮ້ອງ ສປປ.ເກົາຫຼີຈຳກັດ ບັນດາການກະທຳ ກໍ່ຄວາມເຄັ່ງຕຶງ


​   ​ອາເມລິກາຮຽກຮ້ອງ ສປປ.ເກົາຫຼີຈຳກັດ ບັນດາການກະທຳ ກໍ່ຄວາມເຄັ່ງຕຶງ - ảnh 1

ລູກ​ສອນ​ໄຟ​ຂອງ ສປປ.​ເກົາຫຼີ​

(ພາບ: Reuters)

(vovworld)- ພາຍ​ຫລັງ​ພຽງ 1 ວັນ ທີ່ ສປປ.​ເກົາຫຼີ​ ດຳ​ເນີນ​ການ​ຊ້ອມ​ຮົບ​ຍິງ​ລູກປືນ​ແທ້, ວັນ​ທີ 29/4, ທ່ານ Jen Psaki ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຢືນຢັນ​ວ່າ: ວໍ​ຊິງ​ຕັນ ພວມ​ຕິດຕາມ​ກວດກາ​ສະພາບ​ການ​ໃນ​ແຫຼມ​ເກົາຫຼີ ພ້ອມ​ທັງ​ຊຸກຍູ້​ພຽງ​ຢາງ ຈົ່ງ​ລະງັບ​ໃຈ ກໍ່​ຄື​ຈຳກັດບັນດາ​ການ​ກະທຳ​ກໍ່​ຄວາມ​ເຄັ່ງ​ຕຶງຢູ່​ພາກ​ພື້ນ​ນີ້.

  ຕາມ​ສະພາ​ຫົວໜ້າເສນາ​ທິການ​ທະຫານ​ປະສົມ ສ.​ເກົາຫຼີ ​ແລ້ວ, ກອງທັບ ສປປ.​ເກົາຫຼີ ​ໄດ້​ດຳ​ເນີນການ​ຊ້ອມ​ຮົບ​ຍິງ​ລູກປືນ​ແທ້ຢູ່​ມໍ່ກັບ​ເຂດ​ຊາຍ​ແດນ​ທາງ​ທະ​ເລ​ລະຫວ່າງ​ສອງ​ພາກ​ເກົາຫຼີ (NLL). ຕໍ່ໜ້າ​ສະພາບ​ກາ​ນນີ້, ທະຫານ ສ​ເກົາຫຼີ ​ ​ມີ​ຄວາມ​ລະມັດລະວັງ​ທີ່​ສຸດ ​ແລະ ​ໄດ້​ຮັບ​ຄຳ​ສັ່ງ​ໂຕ້​ຕອບ​ຄືນ ​ໃນ​ກໍລະນີ​ລູກປືນ​ໃຫ່ຍຂອງ ສປປ.​ເກົາຫຼີ ຕົກ​ເຂົ້າ​ເຂດ​ນ່ານ​ທະ​ເລ​ທາງ​ທິດ​ໃຕ້​ຂອງ NLL, ພ້ອມ​ກັນນັ້ນ, ​ເຊີນ​ອູ​ນ ກໍ່​ສົ່ງ​ບັນດາ​ເຮືອບິນ​ສູ້​ຮົບ​ລາດ​ຕາ​ເວັນ​​ເປັນຫຼາຍ​ຄັ້ງຢູ່​ພາກ​ພື້ນ​ນີ້./.

 

ຂ່າວ/ບົດ​ອື່ນ