ອາເມລິກາແລະລັດເຊຍພ້ອມກັນສະເໜີມະຕິຮັບມືກັບIS

ອາເມລິກາແລະລັດເຊຍພ້ອມກັນສະເໜີມະຕິຮັບມືກັບIS - ảnh 1
(ພາບ​ປະ​ກອບ: RIA Novosti)

(vovworld) - ໃນ​ການ​ກະ​ທຳ​ທີ່ສະ​ແດງ​ໃຫ້​ເຫັນ​​ຄວາມ​ກະ​ກຽມ​​ພ້ອມຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ອົງ​ການກໍ່​ການ​ຮ້າຍ​ລັດ​​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ, ອາ​ເມ​ລິ​ກາ ແລະ ລັດ​ເຊຍ ຈະ​ສົມ​ທົບກັນ​ກະ​ຕຸກ​ຊຸກ​ຍູ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຮັບ​ຮອງ​ເອ​ົາ​ມະ​ຕິ​ຮຽກ​ຮ້ອງ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ທີ່​ແຂງ​​ກ້າ ເພື່ອ​ຕັດ​ແຫຼ່ງ​ສະ​ໜອງ​ດ້ານ​ການ​ເງິນ​ຂອງ IS ກໍ​ຄື​ບັນ​ດາ​ກຸ່ມກໍ່​ການ​ຮ້າຍ​ອື່ນໆ. ການ​ກະ​ທຳ​ສົມ​ທົບ​ກັນ​ທີ່​ຫາ​ຍາກນີ້​ລະ​ຫວ່າງ​ອາ​ເມ​ລິ​ກາ ແລະ ລັດ​ເຊຍ ທີ່​ວາ​ລະ​ປະ​ຊຸມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ທີ 17/12, ຖືກ​ດຳ​ເນີນ​ກ່ອນ​ກອງ​ປະ​ຊຸມ​ຂອງ​ກຸ່ມ​ໜູນ​ຊ່ວຍ​ຊີ​ຣີ ລວມ​ມີ 17 ສະ​ມາ​​ຊີກ​ຢູ່​ນິວຢອກ 1 ວັນ. ຄາດ​ຄະ​ເນ​ວ່າ, ທີ່ກອງ​ປ​ະ​ຊຸມ, ​ສະ​ພາ​ຄວາມ​ໝັ້ນ​ຄົງຈະ​ຮັບ​ຮອງ​ເ​ອົາ​ມະ​ຕິ​ກ່ຽວ​ກັບ​ກົນ​ໄກ​ຄວ້ຳ​ບາດ, ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ເລື່ອງ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ທີ່​ແຂງ​ກ​້າກວ່າ ແລະ ນຳ IS ເຂົ້າ​ບັນ​ຊີ​ລາຍ​ຊື່​ຖືກ​ລົງ​ໂທດ. ຮ່າງ​ມະ​ຕິ​ດັ່ງ​ກ່າວ​ໂດຍ​ລັດ​ເຊຍ ແລະ ອາ​ເມ​ລິ​ກາ ສົມ​ທົບ​ກັນ​ປະ​ຕິ​ບັດ ເພື່ອ​ເນັ້ນ​ໜັກ​ເຖິງ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດຄື: ປິດ​ລ້ອມ​ຊັບ​ສົມ​ບັດ, ​ເກືອດຫ້າມ​ການໄປ​ມາ ແລະ ​​ຄວ​້ຳ​ບາດ​ດ້ານ​ກຳ​ລັງອາ​ວຸດ.

ຂ່າວ/ບົດ​ອື່ນ