ອາເມລິກາແລະອີຢູຮັບຮູ້ການເຈລະຈາລະຫວ່າງອີຣານແລະກຸ່ມP5+1ບັນລຸຄວາມຄືບໜ້າ

ອາເມລິກາແລະອີຢູຮັບຮູ້ການເຈລະຈາລະຫວ່າງອີຣານແລະກຸ່ມP5+1ບັນລຸຄວາມຄືບໜ້າ - ảnh 1
ພາບປະກອບຈາກ tehranchronicle.com

(​vovworld) – ​ທ່ານ Michael Mann, ​ໂຄສົກຂອງ​ຜູ້ຕາງໜ້າ​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ) ທ່ານ​ນາງ Catherine Ashton, ວັນ​ທີ 10/01, ​ໃຫ້​ຮູ້​ວ່າ: ການ​ເຈລະຈາ​ລະຫວ່າງ​ຂັ້ນ​ຮອງ​ຫົວໜ້າ​ຄະນະ​ເຈລະຈາ​ລະຫວ່າງ ອີຣານ ​ແລະ ອີ​ຢູ ບັນລຸ​ໄດ້​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ທຸກ​ບັນຫາ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ການ​ປະຕິບັດ​ຂໍ້​ຕົກລົງ​ຊົ່ວຄາວ​ທີ່​ບັນລຸ​ໄດ້​​ໃນ​ທ້າຍ​ເດືອນ 11/2013 ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ ອີຣານ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ທ່ານ​ນາງ Jen Psaki ກໍ່​ຢັ້ງຢືນ​ການ​ເຈລະຈາ​ຂັ້ນ​ນັກວິຊາການ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ອີຣານ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ດີ.

    ກ່ອນ​ໜ້າ​ນັ້ນ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ Abbas Araqchi ​ໃຫ້ຮູ້​ວ່າ: ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ ​ເຕ​ເຮຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ​ກຳມະການ​ປະຈຳສະພາ​ຄວາມ​ໝັ້ນ​ຄົງ ສປຊ ​ແມ່ນ: ອັງ​ກິດ, ຝຣັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ) ກ່ຽວ​ກັບ​ເລື່ອງ​ປະຕິບັດ​ຂໍ້​ຕົກລົງ​ນິວ​ເຄຼຍຊົ່ວຄາວ​ໄດ້​ຮັບ​ການ​ແກ້​ໄຂ. ການ​ເຈລະຈາ​ຂັ້ນ​ນັກວິຊາການ​ຄັ້ງ​ທີ 3 ລະຫວ່າງ 2 ຝ່າຍ​ສິ້ນ​ສຸດ​ລົງ​ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ ​ໃນ​ວັນ​ທີ 10/1 ​ແລະ ບັນລຸ​ໄດ້​ຄວາມ​​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ບັນຫາທີ່​ຍັງ​ຄົງ​ຄ້າງ. ຄາດ​ວ່າ, ບັນດາ​ຝ່າຍ​ຈະ​ຍົກ​ອອກ​ຖະ​ແຫຼ​ງການ​ໃນ 2, 3 ວັນ​ຈະ​ມາ​ເຖິງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຂໍ້​ຕົກລົງ​ທີ່​ຫາ​ກໍ່​ບັນລຸ​ໄດ້​ຄວນ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຂອງ​ບັນດາ​ຝ່າຍ​ກ່ອນ​ທີ່​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ