ອາເມລິກາໃຫ້ຄຳໝັ້ນສັນຍາໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ຫວຽດນາມ

(VOVWORLD) -ທ່ານເອກອັກຄະລັດຖະທູດ ອາເມລິກາກໍ່ໃຫ້ຄຳໝັ້ນສັນຍາວ່າຈະຮ່ວມມືກັບ ຫວຽດນາມ ເພື່ອແນໃສ່ຊ່ວຍໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຫວຽດນາມ ປັບຕົວໃຫ້ແທດເໝາະກັບສະພາບແວດລ້ອມສາກົນໃນປັດຈຸບັນ.

ອາເມລິກາໃຫ້ຄຳໝັ້ນສັນຍາໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ຫວຽດນາມ - ảnh 1ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel J.Krittenbrink ແລະ ບັນດາຜູ້ແທນ ເຂົ້າຢ້ຽມຢາມໂຮງານ GE ຢູ່ ຫາຍຟ່ອງ (ພາບ: Zing.vn )

ວັນທີ 21 ພະຈິກ, ທີ່ກອງປະຊຸມສຳມະນາ “ນຳວິສາຫະກິດຂະໜາດກາງ ແລະ ນ້ອຍກ້າວຂຶ້ນສູ່ການປະຕິວັດອຸດສາຫະກຳ 4.0 ແລະ ລະບົບມູນຄ່າຮອບດ້ານທົ່ວໂລກ” ໂດຍສະພາດຳເນີນທຸລະກິດອາເມລິກາ - ອາຊຽນ (USABC) ຈັດຂຶ້ນຢູ່ນະຄອນ ຫ໋າຍຟ່ອງ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel J.Krittenbrink, ເນັ້ນໜັກເຖິງການຮ່ວມມືລະຫວ່າງ ບັນດາບໍລິສັດຂອງອາເມລິກາ ແລະ ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ຫວຽດນາມ. ແລະຖືວ່າ, ມີຫຼາຍວິສາຫະກິດແຖວໜ້າຂອງ ອາເມລິກາ ໄດ້ມາລົງທຶນຢູ່ ຫວຽດນາມ ຄື: Microsoft, Cisco, FedEx, Coca-Cola, ແລະ Visa ເປັນການຢັ້ງຢືນໃຫ້ເຫັນການດຶງດູດຂອງຕະຫຼາດຫວຽດນາມ. ບັນດາບໍລິສັດເຫຼົ່ານີ້ ກຳລັງຊຸກຍູ້ການເຊື່ອມໂຍງຂອງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍແຖວໜ້າຂອງ ຫວຽດນາມ ເຂົ້າໃນລະບົບສະໜອງທົ່ວໂລກ. ເຂົາເຈົ້າກຳລັງໝູນໃຊ້ບັນດາເຕັກໂນໂລຊີຂອງການປະຕິວັດ ອຸດສາຫະກຳ 4.0 ເພື່ອຊ່ວຍໃຫ້ບັນດາວິສາຫະກິດ ຫວຽດນາມ ປະສົບຜົນສຳເລັດ. ທ່ານເອກອັກຄະລັດຖະທູດ ອາເມລິກາກໍ່ໃຫ້ຄຳໝັ້ນສັນຍາວ່າຈະຮ່ວມມືກັບ ຫວຽດນາມ ເພື່ອແນໃສ່ຊ່ວຍໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຫວຽດນາມ ປັບຕົວໃຫ້ແທດເໝາະກັບສະພາບແວດລ້ອມສາກົນໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ