ອາເມລິກາ ກ່າວເຕືອນ ຮັດແໜ້ນ ຄໍາສັ່ງລົງໂທດຕໍ່ ອີຣານ

(VOVWORLD) -ວໍຊິງຕັນ ພ້ອມແລ້ວ ທີ່ຈະ “ເປີດໜ້າປະຫວັດສາດໃໝ່” ໃນການພົວພັນກັບ ເຕເຮຣານ, ຖ້າຫາກປະເທດສາທາລະນະລັດອິດສະລາມ ຕອບສະໜອງໄດ້ເງື່ອນໄຂ 12 ຢ່າງ ເຊິ່ງ ລັດຖະມົນຕີການຕ່າງປະເທດຍົກອອກມາ ເມື່ອເດືອນພຶດສະພາ 2018.
ອາເມລິກາ ກ່າວເຕືອນ ຮັດແໜ້ນ ຄໍາສັ່ງລົງໂທດຕໍ່ ອີຣານ - ảnh 1 ຮາກຖານຂຸດຄົ້ນນໍ້າມັນຢູ່ເກາະ Khark, ອີຣານ (ພາບປະກອບ: AFP/TTXVN)

ວັນທີ 10 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໃຫ້ຮູ້ວ່າ ປະເທດນີ້ ມີແຜນການຮັດແໜ້ນບັນດາມາດຕະການລົງໂທດເລັ່ງໃສ່ ອີຣານ. ໃນບົດກ່າວປາໄສຂອງຕົນ, ທ່ານ Mike Pompeo ເນັ້ນໜັກວ່າ ບັນດາຄໍາສັ່ງລົງໂທດດ້ານເສດຖະກິດຂອງອາເມລິກາ ເລັ່ງໃສ່ອີຣານ ແມ່ນ “ບັນດາມາດຕະການທີ່ແຂງແກ່ນທີ່ສຸດໃນປະຫວັດສາດ”. ທ່ານຢັ້ງຢືນວ່າ ບັນດາມາດຕະການດັ່ງກ່າວ ຈະນັບມື້ນັບຮັດກຸ່ມກວ່າ ຈົນຮອດເມື່ອໃດ ອໍານາດການປົກຄອງ ອີຣານ ປ່ຽນແປງນະໂຍບາຍ ເຊິ່ງ ອາເມລິກາ ຖືວ່າ ພວມນາບຂູ່ປະເທດນີ້ ແລະ ສາກົນ. ທ່ານ Mike Pompeo ໃຫ້ຮູ້ຕື່ມອີກວ່າ ວໍຊິງຕັນ ພ້ອມແລ້ວ ທີ່ຈະ “ເປີດໜ້າປະຫວັດສາດໃໝ່” ໃນການພົວພັນກັບ ເຕເຮຣານ, ຖ້າຫາກປະເທດສາທາລະນະລັດອິດສະລາມ ຕອບສະໜອງໄດ້ເງື່ອນໄຂ 12 ຢ່າງ ເຊິ່ງ ລັດຖະມົນຕີການຕ່າງປະເທດຍົກອອກມາ ເມື່ອເດືອນພຶດສະພາ 2018.


ຕອບກັບ

ຂ່າວ/ບົດ​ອື່ນ