ອາ​ເມ​ລິ​ກາ: ຈີນ​ຮັບປະກັນ​ຄໍາໝັ້ນສັນຍາກ່ຽວກັບ​ຄາດໝາຍດ້ານ​ການ​ຄ້າ

(VOVWORLD) -ປັກກິ່ງ ຈະຕອບສະໜອງບັນດາຄາດໝາຍຊື້ສິນຄ້າທີ່ໄດ້ກໍານົດໃນຂໍ້ຕົກລົງດ້ານການຄ້າໄລຍະ 1 ໂດຍບໍ່ຫົວຊາຕໍ່ການຊັກຊ້າທີ່ກ່ຽວຂ້ອງເຖິງເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ.
ອາ​ເມ​ລິ​ກາ: ຈີນ​ຮັບປະກັນ​ຄໍາໝັ້ນສັນຍາກ່ຽວກັບ​ຄາດໝາຍດ້ານ​ການ​ຄ້າ - ảnh 1 (ພາບປະກອບ: TTXVN)

        ວັນທີ 7 ກຸມພາ,  ທ່ານ Larry Kudlow ທີ່ປຶກສາໃຫ້ທໍານຽບຂາວ ໃຫ້ຮູ້ວ່າ ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ຢັ້ງຢືນກັບທ່ານປະທານາທິບໍດີ ອາເມລິກາ Donald Trump ວ່າ: ປັກກິ່ງ ຈະຕອບສະໜອງບັນດາຄາດໝາຍຊື້ສິນຄ້າທີ່ໄດ້ກໍານົດໃນຂໍ້ຕົກລົງດ້ານການຄ້າໄລຍະ 1 ໂດຍບໍ່ຫົວຊາຕໍ່ການຊັກຊ້າທີ່ກ່ຽວຂ້ອງເຖິງເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ.

        ກ່າວຄໍາເຫັນພາຍຫຼັງສິ້ນສຸດການເຈລະຈາຜ່ານທາງໂທລະສັບລະຫວ່າງການນໍາສອງປະເທດ ອາເມລິກາ - ຈີນ ໃນວັນດຽວກັນ, ທ່ານ Larry Kudlow ໃຫ້ຮູ້ວ່າ: ບໍ່ມີຄວາມເຄັ່ງຕຶງໃດໆລະຫວ່າງອາເມລິກາ ແລະ ຈີນ ກ່່ຽວກັບວຽກງານແກ້ໄຂການລະບາດຢ່າງໄວວາຂອງເຊື້ອພະຍາດ.

        ຄໍາຖະແຫຼງຂອງທ່ານ Larry Kudlow ໄດ້ຍົກອອກມາພາຍຫຼັງກະຊວງການເງິນ ອາເມລິກາ ສະແດງຄວາມຫວັງວ່າ ຈີນ ຈະຮັກສາຄໍາໝັ້ນສັນຍາຂອງຕົນໃນການເພີ່ມທະວີການຊື້ສິນຄ້າ ແລະ ການບໍລິການຂອງ ອາເມລິກາຕື່ມອີກ ເຊິ່ງມີມູນຄ່າໜ້ອຍສຸດແມ່ນ 200 ຕື້ USD ໃນສອງປີຕໍ່ໜ້າ, ໂດຍບໍ່ຫົວຊາຕໍ່ການລະບາດຂອງເຊື້ອພະຍາດດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ