ອາເມລິກາ ຫນູນຊ່ວຍ ຫວຽດນາມ ກວ່າ 40 ລ້ານ USD ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ອາເມລິກາ ຫນູນຊ່ວຍ ຫວຽດນາມ ກວ່າ 40 ລ້ານ USD ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ພາບປະກອບ: internet


(vovworld) - ວັນ​ທີ 17/10 ຢ່ ຮ່າ​ໂນ້ຍ, ອົງການ​ພັດທະນາ​ສາກົນ ​ແຫ່ງ​ສະຫະລັດ​ອາ​ເມ​ລິ​ກາ (USAID) ​ໄດ້​ປະກາດ​ສອງ​ໂຄງການ​ທີ່​ແກ່​ຍາວ​ໃນ​ໄລຍະ 5 ປີ ກ່ຽວ​ກັບ​ພະລັງງານ​ສະອາດ, ການ​ຮັບ​ມື ​ແລະ ທັດສະ​ນີຍະ​ພາບ​ຍືນ​ຍົງ ​ເພື່ອ​ຊ່ວຍ ຫວຽດນາມ ຮັບ​ມື​ກັບ​ບັນດາ​ຜົນ​ກະທົບ​ຈາ​ກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 40 ລ້ານ USD. ​ ​ໄລຍະ​ປະຕິບັດ​ສອງ​ໂຄງການ​ດັ່ງກ່າວ ​ແມ່ນ​ແຕ່​ເດືອນ 10/2012 - 10/2017 ​ແລະ ​ເໝາະ​ສົມ​ກັບ​ນະ​ໂຍບາຍ ​ແລະ ​ໂຄງການກ່ຽວ​ກັບ​ການປ່ຽນ​ແປງ​ດິນຟ້າ​ອາກາດ​ຂອງ​ລັດຖະບານ ຫວຽດນາມ. ນີ້​ແມ່ນ​ 2 ບ້ວງ​ເງິນ​ອຸປະຖຳ​​ໃຫຍ່​ທຳ​ອິດ​ຂອງ​ອົງການ​ພັດທະນາ​ສາກົນ​ແຫ່ງ​ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ຂົງ​ເຂດ​ນີ້. ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ຈຳນວນ 5 ປະ​ເທດ​ໃນ​ໂລກ​ເຄີຍ​ຖືກ​ຜົນ​ສະທ້ອນ​ກວ່າ​ໝູ່​ຈາກ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ລຸ່ມ​ແມ່​ນ້ຳຂອງ ​ແລະ ​ແມ່​ນ້ຳ​ແດງ ​ແມ່ນ​ສອງ​ເຂດ​ຖືກ​ຜົນ​ສະທ້ອນ​ຫລາຍ​ກວ່າ​ໝູ່​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ຊາວ​ປະມົງ​ຢູ່​​ເຂດ​ນີ້​ກໍ​ເຄີຍ​ຖືກ​ຜົນ​ສະທ້ອນ. ​

ຂ່າວ/ບົດ​ອື່ນ