ອາເມລິກາ ອາດຈະຍົກເລີກອັດຕາພາສີສຳລັບ ເຫຼັກກ້າກັບ EU ຖ້າຫາກຂໍ້ຕົກລົງການຄ້າ 2 ຝ່າຍບັນລຸຜົນສຳເລັດ

(VOVWORLD) - ຖ້າຫາກຂໍ້ຕົກລົງການຄ້າລະຫວ່າງ ອາເມລິກາ ແລະ EU ບັນລຸໄດ້ຢ່າງດີງາມນັ້ນ, ອາເມລິກາ ຈະຍົກເລີກອັດຕາພາສີສຳລັບເຫຼັກກ້ານຳເຂົ້າຈາກ ສະຫະພາບເອີລົບ

ອາເມລິກາ ອາດຈະຍົກເລີກອັດຕາພາສີສຳລັບ ເຫຼັກກ້າກັບ EU ຖ້າຫາກຂໍ້ຕົກລົງການຄ້າ 2 ຝ່າຍບັນລຸຜົນສຳເລັດ - ảnh 1

 ທ່ານ Larry Kudlow, ທີ່ປຶກສາດ້ານເສດຖະກິດຂອງທຳນຽບຂາວ

(ພາບ: AFP/TTXVN)

ທ່ານ Larry Kudlow, ທີ່ປຶກສາດ້ານເສດຖະກິດຂອງທຳນຽບຂາວ ໄດ້ປະກາດວ່າ: ອາເມລິກາ ອາດຈະຍົກເລີກອັດຕາພາສີອາກອນສຳລັບເຫຼັກກ້າທີ່ນຳເຂົ້າຈາກ ສະຫະພາບເອີລົບ (EU) ຖ້າຫາກຂໍ້ຕົກລົງການຄ້າລະຫວ່າງ ອາເມລິກາ ແລະ EU ບັນລຸໄດ້ຢ່າງດີງາມ. ວັນທີ 29 ກໍລະກົດ, ເມື່ອກ່າວຄຳເຫັນຜ່ານຊ່ອງໂທລະພາບ CNN, ທ່ານ Larry Kudlow, ທີ່ປຶກສາດ້ານເສດຖະກິດ ໄດ້ຊີ້ແຈ້ງວ່າ: ຖ້າຫາກຂໍ້ຕົກລົງການຄ້າລະຫວ່າງ ອາເມລິກາ ແລະ EU ບັນລຸໄດ້ຢ່າງດີງາມນັ້ນ, ອາເມລິກາ ຈະຍົກເລີກອັດຕາພາສີສຳລັບເຫຼັກກ້ານຳເຂົ້າຈາກ ສະຫະພາບເອີລົບ. ກ່ອນໜ້ານັ້ນ, ວັນທີ 26 ກໍລະກົດ, ທ່ານລັດຖະມົນຕີການຄ້າ ອາເມລິກາ Wilbur Ross ໃຫ້ຮູ້ວ່າ: ບັນດາອັດຕາພາສີໂດຍ ອາເມລິກາ ຈັດວາງ ສຳລັບປະເພດສິນຄ້າ ອານູມີນຽມ, ເຫຼັກກ້າ ຍັງສືບຕໍ່ມີຜົນສັກສິດເມື່ອບັນດາການເຈລະຈາລະຫວ່າງ ອາເມລິກາ ກັບ EU ຍັງພວມໄດ້ຮັບການດຳເນີນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ