ອາ​ເມ​ລິ​ກາ ແລະ ຈີນ ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​​ຮອບ​ໃໝ່

(VOVWORLD) -ທ່ານ Stephanie Grishan ເລຂານຸການຂ່າວສານທຳນຽບຂາວໃຫ້ຮູ້ວ່າ ເນື້ອໃນຂອງການເຈລະຈາຈະລວມມີ ການຖ່າຍທອດເຕັກໂນໂລຢີ ແບບ ບັງຄັບ, ສິດຊັບສິນທາງປັນຍາ, ການບໍລິການ, ຮົ້ວປອດພາສີ, ກະສິກຳ ແລະ ບັນດາມາດຕະການປະຕິບັດ. 
ອາ​ເມ​ລິ​ກາ ແລະ ຈີນ ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​​ຮອບ​ໃໝ່ - ảnh 1ທ່ານ ຫຼຽວເຄືອ ຮອງນາຍົກລັດຖະມົນຕີຈີນ, ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ແລະ ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນອາເມລິກາ (ພາບ: Reuters)

ວັນທີ 7 ຕຸລາ, ອາເມລິກາ ແລະ ຈີນໄດ້ເລີ່ມຕົ້ນການເຈລະຈາດ້ານການຄ້າ ຂັ້ນຮອງຫົວໜ້າຄະນະຜູ້ແທນຮອບໃໝ່ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດອາເມລິກາ. ມີເຈົ້າໜ້າທີ່ຂອງ ຈີນ ປະມານ 30 ຄົນ, ເຊິ່ງໄດ້ນຳໜ້າໂດຍທ່ານ ຫຼຽວເຄືອ ຮອງນາຍົກລັດຖະມົນຕີຈີນ, ໄດ້ມີໜ້າຢູ່ຫ້ອງການຜູ້ຕາງໜ້າດ້ານການຄ້າ ອາເມລິກາເພື່ອກະກຽມໃຫ້ແກ່ບັນດາການເຈລະຈາຂັ້ນສູງໃນລະຫວ່າງວັນທີ 10 – 11 ຕຸລາ. ບັນດາການເຈລະຈາຂັ້ນສູງໄດ້ມີການເຂົ້າຮ່ວມຂອງທ່ານ ຫຼຽວເຄືອ ຮອງນາຍົກລັດຖະມົນຕີຈີນ, ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ແລະ ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນອາເມລິກາ.

        ທ່ານ Stephanie Grishan ເລຂານຸການຂ່າວສານທຳນຽບຂາວໃຫ້ຮູ້ວ່າ ເນື້ອໃນຂອງການເຈລະຈາຈະລວມມີ ການຖ່າຍທອດເຕັກໂນໂລຢີ ແບບ ບັງຄັບ, ສິດຊັບສິນທາງປັນຍາ, ການບໍລິການ, ຮົ້ວປອດພາສີ, ກະສິກຳ ແລະ ບັນດາມາດຕະການປະຕິບັດ. ບັນດາການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ໄດ້ດຳເນີນກ່ອນເວລາ ທີ່ອາເມລິກາຈະເພີ່ມອັດຕາພາສີຕໍ່ສິນຄ້າຂອງຈີນທີ່ມີມູນຄ່າ 250 ຕື້ USD ຂຶ້ນແຕ່ 25% - 30%.

        ແລະ ກໍ່ໃນວັນດຽວກັນ, ທ່ານ Larry Kudlow ຫົວໜ້າທີ່ປຶກສາດ້ານເສດຖະກິດຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອຳນາດການປົກຄອງ ອາເມລິກາ ເລີ່ມຕົ້ນການຄົ້ນຄ້ວາກ່ຽວກັບມາດຕະການປົກປ້ອງບັນດານັກລົງທຶນ ອາເມລິກາ ຢູ່ ຈີນ. ທ່ານ ກໍ່ປະຕິເສດຂ່າວສານທີ່ວ່າ ອຳນາດການປົກຄອງ ອາເມລິກາ ພວມຊັ່ງຊາເລື່ອງຫ້າມບັນດາບໍລິສັດ ຈີນເຂົ້າຮ່ວມບັນດາຕະຫຼາດຫຼັກຊັບຢູ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ