ອາເມລິກາ ແລະ ຈີນ ເຫັນດີເພີ່ມທະວີ ການຮ່ວມມືດ້ານການ ທະຫານ

ອາເມລິກາ ແລະ ຈີນ ເຫັນດີເພີ່ມທະວີ ການຮ່ວມມືດ້ານການ ທະຫານ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 19 ສິງຫາ, ອາ​ເມ​ລິ​ກາ ​ແລະ ຈີນ ​ເຫັນ​ດີ​ຈະ​ເພີ່ມ​ທະວີ​ບັນດາ​ການ​ພົບ​ປະ​ແລກປ່ຽນ ​ແລະ ຊ້ອມ​ຮົບ​ດ້ານ​ການ​ທະຫານ​ຮ່ວມ, ຖື​ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ຄວາມ​ມານະ​ພະຍາຍາມ​ສ້າງ​ການ​ພົວພັນ​​ເປັນ​ປົກກະຕິ ລະຫວ່າງ 2 ພື້ນຖານ​ເສດຖະກິດ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ, ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ບັນຫາ​ຄວາມ​ປອດ​ໄພທາງ​ດ້ານ​ອີນ​ເຕີ​ແນ​ດ ​ແລະ ບັນດາ​ການ​ພິພາດ​ອະທິປະ​ໄຕ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ຮ່ວມ, ພາຍຫຼັງ​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ຈາງ​ວານ​ກວານ ທີ່​ທຳນຽບ 5 ​ແຈ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Chuck Hagel ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ການ​ພົວພັນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ລັກສະນະ​ສ້າງສັນ​ກັບ​ຈີນ ຍ້ອນ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ ​- ຈີນ ​ແມ່ນ​ສຳຄັນ​ສຳລັບ​ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ຂອງ​ພາກ​ພື້ນ​ອາຊີ - ປາຊີ​ຝີ​ກ. ທ່ານ Hagel ​​ໃຫ້​ຮູ້​ວ່າ ຈຸດໝາຍ​ຂອງ​ການ​ເຈລະຈາ​ດັ່ງກ່າວ ​ແມ່ນ​ເພື່ອ​ເນັ້ນ​ໜັກວ່າ ການ​ພົວພັນ​ດ້ານ​ການ​ທະຫານ - ທະຫານ ທີ່​ແທດ​ຈິງ ​ແລະ ໝັ້ນຄົງລະຫວ່າງ​ອາ​ເມ​ລິ​ກາ - ຈິນ ​ແມ່ນ​ເສົາ​ຄ້ຳ​ທີ່​ສຳຄັນ​ໃຫ້​ແກ່​ການ​ພົວພັນ 2 ຝ່າຍ. ທ່ານ Hagel ​​ໃຫ້​ຮູ້​ວ່າ 2 ຝ່າຍ​ໄດ​້​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ບັນດາ​ການ​ພົບ​ປະ​ແລກປ່ຽນ ​ແລະ ຊ້ອມ​ຮົບ​ຮ່ວມ; ຊົມ​ເຊີຍ​ເລື່ອງ 2 ປະ​ເທດ​ສ້າງ​ຕັ້ງ​ກຸ່ມ​ປະຕິບັດ​ງານ​ລວມກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ດ້ານ​ອີນ​ເຕີ​ແນ​ດ, ຖື​ນີ້​ແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້ 2 ປະ​ເທດ​ປຶກສາ​ຫາລື ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ຂຶ້ນ​ກັບ​ຄວາມ​ປອດ​ໄພ​ທາງ​ດ້ານ​ອີນ​ເຕີ​ແນ​ດ. ທ່ານ Hagel ຊີ້​ແຈ້ງວ່າ ​ໃນ​ການ​ເຈລະຈາ​ທີ່ທຳນຽບ 5 ​ແຈ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ໃນ​ແຫຼມ​ເກົາຫຼີ, ບັນດາ​ການ​ພິພາດ​ອະທິປະ​ໄຕ​ຢູ່​ທະ​ເລ​ຮວາ​ຕຸ​ງ ​ແລະ ທະ​ເລ​ຕາ​ເວັນ​ອອກ.
ຂ່າວ/ບົດ​ອື່ນ