ອາເມລິກາ ແລະ ອິດສະຣາແອນ ດຳເນີນການຊ້ອມຮົບຮ່ວມ

ອາເມລິກາ ແລະ ອິດສະຣາແອນ ດຳເນີນການຊ້ອມຮົບຮ່ວມ - ảnh 1

ການ​ຊ້ອມ​ຮົບ​ຮ່ວມອາ​ເມ​ລິ​ກາ ​ແລະ ອິດສະຣາ​ແອນ

(ພາບ: dantri.com.vn)

(TTXVN)- ທະຫານ​ອາ​ເມລິ​ກາ ປະມານ 1000 ຄົນ​ຫາ​ກໍ່​ເດີນທາງ​ໄປ​ອິດສະຣາ​ແອນ ​ເພື່ອ​ເຂົ້າຮ່ວມ​ການ​ຊ້ອມຮົບຮ່ວມປ້ອງ​ກັນ​ລູກ​ສອນ​ໄຟ​​ໃນ​ໄລຍະທີ່​ຈະ​ມາ​ເຖິງ. ທ່ານ​ພົນ​ຕີ​ກອງທັບ​ອາກາດ Craig Franklin ຜູ້​ສ້າງ​ແຜນການ​ຊ້ອມ​ຮົບ​ຮ່ວມດັ່ງກ່າວ​ໃຫ້​ຮູ້​ວ່າ, ການ​ຊ້ອມ​ຮົບ​ຈະ​ແກ່ຍາວ​ໃນ​​ເວລາ 3 ອາທິດ​ດ້ວຍຊື່​ເອື້​ນວ່າ “ການ​ທ້າ​ທາຍ​ອັນ​ຮ້າຍ​ແຮງ​ປີ 2012“ ​ແມ່ນ​ການ​ຊ້ອມ​ຮົບ​ຄັ້ງທີ 6 ​ໃນ​​ການ​ຊ້ອມ​ຮົບ​ຮ່ວມ​ຄັ້ງຕ່າງ​ໆທີ່​ມີ​ຂອບ​ຂະໜາດ​ໃຫ່ຍ ​ແລະ ​ໄດ້​ຮັບ​ການ​ສ້າງ​ແຜນ​ການໃນ​ຮອບ​ເວລາ​ກ່ວາ 2 ປີ. ນາຍ​ພົນ Franklin ຖື​ວ່າ: ການ​ຊ້ອມ​ຮົບ​ຄັ້ງນີ້​ແມ່ນ​ມີ​ລັກສະນະ​ປ້ອງກັນ, ບໍ່​ກ່ຽວ​ຂ້ອງ​ເຖິງ​ບໍ່​ວ່າການ​ຜັນ​ແປລະອຽດ​​ໃດ​ໜຶ່ງ​ໃນ​ພາກ​ພື້ນ. ມີ​ທະຫານ​ອາ​ເມ​ລິ​ກາ ຢ່າງ​ໜ້ອຍ​ສຸດ 3500 ຄົນ​ຕັ້ງທັບ​ຢູ່​ອິດສະຣາ​ແອນ ​ແລະ ​ເອີ​ລົບ ​ດ້ວຍ​ລູກ​ຈະ​ຫຼວດ, ປືນ​​ໂຄກ ​ແລະ ລູກ​ສອນ​ໄຟ​ນຳ​ວິຖີ​ໄລຍະ​ສັ້ນຈາກ​ສະໜາມຮົບ​ຫຼາຍ​ແຫ່ງ. ການ​ຊ້ອມ​ຮົບ​ຄັ້ງນີ້ຖືກ​ພັນ​ລະ​ນາ​ວ່າ​ມີ​ຂອບ​ຂະໜາດ​ໃຫ່ຍກ່ວາ​ໝູ່​ໃນ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ດ້ານ​ການປ້ອງ​ກັນຊາ​ດລະຫວ່າງ​ສອງ​ປະ​ເທດ ​ແລະ ພິສູດ​ໃຫ້​ແກ່​ການ​ພົວພັນ​ດ້ານ​ການ​ທະຫານ​ນັບ​ມື້​ນັບ​ໜັກ​ແໜ້ນ​ກ່ວາລະ​ຫວ່າງ​ອາ​ເມ​ລິ​ກາ ​ແລະ ອິດສະຣາ​ແອນ.

 

ຂ່າວ/ບົດ​ອື່ນ