ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບຮອງນາຍົກລັດຖະມົນຕີ Uzbekistan

ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບຮອງນາຍົກລັດຖະມົນຕີ Uzbekistan - ảnh 1
ທ່ານຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງ
ຕ້ອນຮັບຮອງນາຍົກລັດຖະມົນຕີ Uzbekistan
(ພາບ: TTXVN)

(vovworld) - ວັນ​ທີ 10/02, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Uzbekistan, Mirzaev Zoiyr ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ​ປາດ​ຖະ​ໜາ​ວ່າ 2 ປະ​ເທດ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົບ​ປະ, ຄົ້​ນ​ຄວ້າ, ຊຸກ​ຍູ້​ບັນ​ດາ​ການ​ພົບ​ພັ​ນ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ສັງ​ຄົມ ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາ​ມາ​ດ​ບົ​ມ​ຊ້ອນ, ທ່າ​ແຮງ ແລະ ຄວາມ​ມຸ່ງ​ມາດ​ຖະ​ໜາ​ຂອງ​ແຕ່​ລະ​ປະ​ເທດ. 2 ຝ່າຍ​ຕ້ອງ​ຈັດ​ຕັ້ງ​​ຊຸມ​ວັນວັດ​ທະ​ນະ​ທຳ​ຂອງ​ປະ​ເທດນີ້​ຢູ່​ປະ​ເທດ​ຂອງ​ກັນ, ຈາກນັ້ນ​ໂຄ​ສະ​ນາ​ພາ​ບ​ພົດ​ປະ​ເທດ​ຊາດ ແລະ​ ປະ​ຊ​າ​ຊົນ​ຂອງ​ກັນ, ຜ່ານນັ້ນ​ຊຸກຍ​ູ້​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ, ກ້າວ​ໄປ​ເຖິງ​ການ​ເປີດ​ສາຍ​ການ​ບິນ​ໂດຍ​ກົງ​ລະ​ຫວ່າງ 2 ປະ​ເທດ.

        ສ່ວນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Uzbekistan, Mirzaev Zoiyr ໃຫ້​ຮູ້​ວ່າ, ໃນ​ການ​ຢ້ຽ​ມ​ຢາມ​ຄັ້ງນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Uzbekistan ແລະ ຄະ​ນະ​ຜູ້​ແທນ​ຈະ​​ສຸມ​ໃສ່​ຊອກ​ຮູ້​ບົດ​ຮຽນ​ຂອງ​ຫວຽດ​ນາມ ໃນ​ການ​ດຶງດ​ູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ; ການ​ຜະ​ລິດ, ປຸງ​ແຕງ, ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ… ຄຽ​ງ​ຂ້າງນັ້ນ, Uzbekistan ກໍ່​ປາດ​ຖ​ະ​ໜາ​ຢາກ​ຊອກ​ຮ​ູ້​ບົດ​ຮຽນ​ຂອງ​ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ສົ່ງ​ເສີມ​ການ​ເລີ່ມ​ທຸ​ລະ​ກິດ; ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ