ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕອນລຸ່ມແມ່ນຳ້ຂອງ-ອາເມລິກາ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕອນລຸ່ມແມ່ນຳ້ຂອງ-ອາເມລິກາ - ảnh 1

ຮອງ​ນາຍົກລັດຖະມົນຕີຟ້າມບິ່ງ​ມິ​ງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ
ຕອນ​ລຸ່ມ​ແມ່​ນຳ້ຂອງ-ອາ​ເມ​ລິ​ກາ
(ພາບ: baotintuc.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 5/8, ຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ 48 (AMM-48) ຢູ່​ກົວ​ລາ​ລຳ​ເປີ, ທ່ານ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າມບິ່ງ​ມິ​ງ​ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ ຕອນ​ລຸ່ມ​ແມ່​ນຳ້ຂອງ-ອາ​ເມ​ລິ​ກາ ຄັ້ງ​ທີ 8 (LMI-8) ​ໂດຍ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ເປັນ​ເຈົ້າພາບ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານຮອງ​ນາຍົກລັດຖະມົນຕີ ຟ້າມບິ່ງ​ມິ​ງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ຊຸກຍູ້​ການ​ພັດທະນາ​ຢ່າງ​ໝັ້ນຄົງ, ຫຼຸດຜ່ອນ​ການ​ກະທົບ​ເຖິງ​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ. ກ່ຽວ​ກັບ​ທິດ​ທາງ​ໃນ 5 ປີ​ຈະ​ມາ​ເຖິງ, ທ່ານຮອງ​ນາຍົກລັດຖະມົນຕີ ຟ້າມບິ່ງ​ມິ​ງ ສະ​ເໜີ LMI ສຸມ​ໃສ່​ຮ່ວມ​ມື​ຊ່ວຍກໍ່ສ້າງ​ໂຄງ​ລ່າງ​ສະຫຼາດ ​ແລະ ມີ​ຄຸນ​ນະພາ​ບສູງ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ລົງທຶນ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ມາດ​ຕະການ​ດ້ານ​ເຕັກນິກ​ເພື່ອ​ແກ້​ໄຂ​ການ​ທ້າ​ທາຍ​ຕ່າງໆ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ສ້າງ​ຄວາມ​ສົມ​ດູ​ນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ອະນຸ​ພາກ​ພື້ນ; ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ນຳ້ - ພະລັງງານ - ທັນ​ຍາ​ຫານ ຜ່ານ​ການ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ແມ່​ນຳ້ຂອງ​ຊອກ​ຫາ​ບັນດາ​ມາດ​ຕະການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ມີ​ປະສິດທິ​ຜົນ, ​ເພີ່ມ​ລາຍ​ຊື່​ບັນດາ​ໂຄງການ​ລະອຽດ, ​ໂດຍ​ບັນດາ​ປະ​ເທດ​ແມ່​ນຳ້ຂອງ​ສະ​ເໜີ, ຜ່ານ​ນັ້ນ​ສະ​ເໜີ​ບາງ​ໂຄງການ​ໜູນ​ຊ່ວຍ​ບັນດາ​ແຂວງ​ໃນ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ ຂອງ​ຫວຽດນາມ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຢູ່​ຕອນ​ລຸ່ມ​ແມ່​ນຳ້ຂອງ.

ຂ່າວ/ບົດ​ອື່ນ