ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງເຈລະຈາກັບລັດຖະມົນຕີການຕ່າງປະເທດຍີ່ປຸ່ນ

(VOVWORLD) -ເນື່ອງໃນໂອກາດຕິດຕາມຄະນະຜູ້ແທນຂັ້ນສູນຫວຽດນາມ ນຳໂດຍທ່ານປະທານປະເທດເຈີ່ນດ້າຍກວາງ ໄປຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນ, ວັນທີ 30 ພຶດສະພາ, ຢູ່ສຳນັກງານກະຊວງການຕ່າງປະເທດຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono.

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງເຈລະຈາກັບລັດຖະມົນຕີການຕ່າງປະເທດຍີ່ປຸ່ນ - ảnh 1 ການເຈລະຈາ 2 ຝ່າຍ

(ພາບ: TTXVN)

ທີ່ການເຈລະຈາ, 2 ຝ່າຍໄດ້ເຫັນດີນຳກັນເພີ່ມທະວີການສົມທົບກັນລະຫວ່າງສະຖານທູດ 2 ປະເທດ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດໃຫ້ບັນລຸຜົນສຳເລັດ.

      2 ຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ; ເຫັນດີນຳກັນເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສສະຫະປະຊາຊາດ, APEC, ບັນດາກອງປະຊຸມທີ່ກ່ຽວຂ້ອງຂອງອາຊຽນ… ທ່ານລັດຖະມົນຕີການຕ່າງປະເທດ Taro Kono ຕີລາຄາສູງເລື່ອງຫວຽດນາມ ຈັດຕັ້ງປີ AEPC ຢ່າງສຳເລັດຜົນ, ຂອບໃຈການສົມທົບກັນຢ່າງແໜ້ນແຟ້ນ ແລະ ຕັ້ງໜ້າຂອງຫວຽດນາມ ໃນການເຈລະຈາ ແລະ ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ປາດຖະໜາວ່າ 2 ຝ່າຍຊຸກຍູ້ບັນດາເນື້ອໃນພາຍໃນເພື່ອສັນຍາໄດ້ຮັບການປະຕິບັດໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ, ຈະສົມທົບກັນກັບຍີ່ປຸ່ນ ໃນບົດບາດເປັນປະເທດປະສານງານການພົວພັນອາຊຽນ - ຍີ່ປຸ່ນ (2018 - 2021), ເພື່ອຊຸກຍູ້ການຮ່ວມມືລະຫວ່າງອາຊຽນ ແລະ ຍີ່ປຸ່ນ ໃຫ້ແທດຈິງ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ