ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດຟ້າມບີ່ງມິງຢ້ຽມຢາມແລະເຮັດວຽກຢູ່ແຂວງອານຢາງ

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດຟ້າມບີ່ງມິງຢ້ຽມຢາມແລະເຮັດວຽກຢູ່ແຂວງອານຢາງ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ກວດກາຫຼັກໝາຍ 275
(ພາບ: bienphong.com.vn)


(vovworld) - ​ ຕອນ​ບ່າຍ​ວັນ​ທີ 14/4, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມິ​ງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ເຮັດ​ວຽກກັບ​ການ​ນຳ​ແຂວງ ອານ​ຢາງ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຟ້າ​ມບີ່​ງມິ​ງ ​ເນັ້ນ​ໜັກ​ວ່າ: ​ແຂວງ ອານ​ຢາງ​ຄວນ​ກະກຽມ​​ໃຫ້​ດີເພື່ອ​ຮັບ​ເອົາ​ບັນດາ​ກາລະ​ໂອກາດ​ຈາກ​ການ​ເຊື່ອມ​ຕໍ່​ເສດຖະກິດ​​ພາກ​ພື້ນ​ໃນ​ສະພາບ​ການ ອາ​ຊຽນ ພວມມຸ່ງ​ໄປ​ເຖິງການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ​ ​ໃນ​ທ້າຍ​ປີ 2015; ພ້ອມ​ທັງ​ໃສ່​ໃຈ​ທ້ອງ​ຖິ່ນ​ຄວນ​ມີ​ການ​ຕີ​ລາຄາ​ຢ່າງ​ລະອຽດ ກ່ຽວ​ກັບ​ປະສິດທິ​ຜົນ​ຂອງ​ບັນດາດ່ານ​ຊາຍ​ແດນ​ກ່ອນ​ທີ່​ສະ​ເໜີ​ລັດຖະບານ​ຍົກ​ລະດັບ​ດ່ານ​ຊາຍ​ແດນຫຼັກ​ເປັນ​ດ່ານ​ຊາຍ​ແດນ​ສາກົນ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າມບີ່​ງມິ​ງ ​ໄດ້​ລົງ​ຢ້ຽມຢາມ​ເຂດ​ແມ່​ນ້ຳ ບີ່​ງກີ, ຫຼັກ​ໝາຍ 246; ດອນ​ຫຍໍ​ໃນ​ແມ່​ນ້ຳ Bassac; ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ລອງ​ບີ່​ງ ​ແລະ ດ່ານ​ຊາຍ​ແດນ​ສາກົນ ຕິ້ງ​ບຽນ; ກວດ​ຕາທີ່​ຕັ້ງ​ຫຼັກ​ໝາຍ 275 ຢູ່​ດ່ານ​ຊາຍ​ແດນ​ສາກົນ ຕີ້​ງບຽນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮຽກຮ້ອງ​ພະນັກງານ, ນັກຮົບ​ປ້ອງ​ກັນຊາ​ຍ​ແດນ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍບົດບາດ, ໜ້າ​ທີ່​ຂອງ​ຕົນ​ໃນ​ການ​ຮັກສາ, ກໍ່ສ້າງ​ເຂດ​ຊາຍ​ແດນ​ສະຖຽນ​ລະ​ພາບ, ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ​ອຸ່ນ​ອ່ຽງ​ໃຈ​​ທຳການຜະລິດ, ພັດທະນາ​ເສດຖະກິດ; ພິ​ເສດ​ແມ່ນ​ສ້າງ​ກຸ່ມກ້ອນ​ສາມັກຄີ​ບັນດາ​​​ເຜົ່າ, ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ຢູ່ເຂດ​ຊາຍ​ແດນ ​ແລະ ປົກ​ປັກ​ຮັກສາ​​ເຂດ​ຊາຍ​ແດນ​ແຫ່ງ​ຊາດຢ່າງ​ຄົບ​ຖ້ວນ.

ຂ່າວ/ບົດ​ອື່ນ