ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນປະຊາຊົນລາວ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະຜູ້ແທນປະຊາຊົນລາວ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
​ຕ້ອນຮັບ​ຄະນະ​ຜູ້​ແທນ​ປະຊາຊົນ ລາວ)

(vovworld) – ​​ ຕອນ​ບ່າຍ​ວັນ​ທີ 14/12 ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານ​ຄະນະ​ກຳມະການ​ຮ່ວມ​ມື ຫວຽດນາມ - ລາວ, ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ປະຊາຊົນ ລາວ, ​ໂດຍ​ທ່ານ ວິ​ໄລ​ວົງ ບຸດ​ດາ​ຄຳ ​ເລຂາ​ສູນ​ກາງ​ຜູ້​ທີ 1 ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ ລາວ, ຮອງ​ປະທານ​ສູນ​ກາງ​ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ ນຳ​ໜ້າ​ມາ​ຢ້ຽມຢາມ ຫວຽດນາມ ​ເຂົ້າ​ຮ່ວມ​​ລາຍການ​ເຄື່ອນ​ໄຫວ “​ຕາມ​ຮອຍ​ຕີນ​ປະທານ ​ໄກສອນ ພົມວິຫານ”. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ໄປ​ຢ້ຽມຢາມ ​ແລະ ຊອກ​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ປະທານ​ ​ໄກສອນ ພົມວິຫານ ຢູ່​ບັນດາ​ສະຖານ​ທີ່​​ເຊິ່ງປະທານ ​ໄກສອນ ພົມວິຫານ ​ເຄີຍ​ເຄື່ອນ​ໄຫວຢູ່ ຫວຽດນາມ ຈະຊ່ວຍ​ໃຫ້ປະຊາຊົນ​ແຕ່ລະຄົນ, ພິ​ເສດ​ແມ່ນ​ລຸ່ນໜຸ່ມ 2 ປະ​ເທດ​ເຂົ້າ​ໃຈ​ກ່ຽວ​ກັບ​ວິວັດ​ການ​ເຄື່ອນ​ໄຫວ​ຂອງ​ປະທານ ​ໄກສອນ ພົມວິຫານ ຢ່າງ​ເລິດ​ເຊິ່ງກ່ວາ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ: ​ການ​ເດີນທາງ “​​ຕາມ​ຮອຍ​ຕີນ ປະທານ​ໄກສອນ ພົມວິຫານ” ຈະ​ແມ່ນ​ການ​ເຄື່ອນ​ໄຫວ​ເປັນ​ປະຈຳ​ປີ, ບໍ່​ພຽງ​ແຕ່​​ໂດ​ຍສະມາຄົມ​ມິດຕະພາບ​ເທົ່າ​ນັ້ນ ຫາກ​ຍັງ​​ໂດ​ຍຄະນະ​ຊາວ​ໜຸ່ມ 2 ປະ​ເທດ​ຈັດ​ຕັ້ງ.

ຂ່າວ/ບົດ​ອື່ນ